-
1 ກະສັດ 15:25-29ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ໃນປີທີ 2 ທີ່ກະສັດອາຊາປົກຄອງຢູດາ ນາດາບ+ລູກຊາຍຂອງເຢໂຣໂບອາມກໍເປັນກະສັດປົກຄອງອິດສະຣາເອນ. ນາດາບປົກຄອງອິດສະຣາເອນ 2 ປີ. 26 ລາວບໍ່ເຊົາເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ. ພໍ່ຂອງລາວໄດ້ພາພວກອິດສະຣາເອນເຮັດຜິດ+ແລະລາວກໍພາພວກອິດສະຣາເອນເຮັດຜິດຄືກັນ.+ 27 ບາອາຊາລູກຊາຍຂອງອາຮີຢາຈາກຕະກູນອິດຊາຄາໄດ້ວາງແຜນຂ້ານາດາບ. ລາວຂ້ານາດາບຕອນທີ່ນາດາບກັບພວກອິດສະຣາເອນກຳລັງລ້ອມເມືອງກິດເບໂທນ+ຂອງພວກຟີລິດສະຕີນ. 28 ໃນປີທີ 3 ທີ່ກະສັດອາຊາປົກຄອງຢູດາ ບາອາຊາໄດ້ຂ້ານາດາບ ແລ້ວລາວກໍເປັນກະສັດແທນນາດາບ. 29 ຫຼັງຈາກທີ່ບາອາຊາໄດ້ເປັນກະສັດ ລາວກໍຂ້າລູກຫຼານທຸກຄົນຂອງກະສັດເຢໂຣໂບອາມທັນທີ. ລາວບໍ່ໃຫ້ພວກລູກຫຼານຂອງເຢໂຣໂບອາມລອດຊີວິດຈັກຄົນ. ລາວກຳຈັດເຂົາເຈົ້າທຸກຄົນ. ເລື່ອງນີ້ເປັນໄປຕາມທີ່ພະເຢໂຫວາໄດ້ບອກອາຮີຢາຄົນຊີໂລທີ່ເປັນຜູ້ຮັບໃຊ້ຂອງເພິ່ນ.+
-
-
2 ກະສັດ 17:22, 23ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ພວກອິດສະຣາເອນເຮັດຜິດຄືກັບເຢໂຣໂບອາມທຸກຢ່າງ.+ ເຂົາເຈົ້າບໍ່ເຊົາເຮັດຜິດ. 23 ໃນທີ່ສຸດ ພະເຢໂຫວາຈຶ່ງກຳຈັດພວກອິດສະຣາເອນອອກໄປຈາກຕໍ່ໜ້າເພິ່ນ ຄືກັບທີ່ເພິ່ນໄດ້ບອກໄວ້ຜ່ານທາງຜູ້ພະຍາກອນທຸກຄົນທີ່ເປັນຜູ້ຮັບໃຊ້ຂອງເພິ່ນ.+ ພວກອິດສະຣາເອນຈຶ່ງຖືກຈັບໄປເປັນຊະເລີຍຢູ່ອັດຊີເຣຍ+ແລະຢູ່ຫັ້ນຈົນຮອດທຸກມື້ນີ້.
-