ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 4:32-35
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ເມື່ອ​ເອລີຊາ​ເຂົ້າ​ໄປ​ໃນ​ເຮືອນ ລາວ​ກໍ​ເຫັນ​ວ່າ​ເດັກ​ນ້ອຍ​ຜູ້​ນັ້ນ​ນອນ​ຕາຍ​ຢູ່​ເທິງ​ຕຽງ​ຂອງ​ລາວ.+ 33 ເອລີຊາ​ເຂົ້າ​ໄປແລະ​ອັດ​ປະຕູ​ຫ້ອງ​ໄວ້. ໃນ​ຫ້ອງ​ນັ້ນ​ມີ​ແຕ່​ເຂົາ​ເຈົ້າ 2 ຄົນ ແລະ​ລາວ​ກໍ​ເລີ່ມ​ອະທິດຖານ​ຫາ​ພະ​ເຢໂຫວາ.+ 34 ເອລີຊາ​ຂຶ້ນ​ໄປ​ເທິງ​ຕຽງ ແລະ​ກົ້ມ​ໂຕ​ລົງ​ໃສ່​ເດັກ​ນ້ອຍ​ນັ້ນ. ລາວ​ໃຫ້​ປາກ​ຈຸ​ປາກ ຕາ​ຈຸ​ຕາ ແລະ​ມື​ຈຸ​ມື ແລ້ວ​ໂຕ​ຂອງ​ເດັກ​ນ້ອຍ​ນັ້ນ​ກໍ​ເລີ່ມ​ອຸ່ນ​ຂຶ້ນ.+ 35 ເອລີຊາ​ຍ່າງ​ໄປ​ຍ່າງ​ມາ​ຢູ່​ໃນເຮືອນ* ແລ້ວ​ຂຶ້ນ​ໄປ​ເທິງ​ຕຽງ ແລະ​ລາວ​ກໍ​ກົ້ມ​ໂຕ​ລົງ​ໃສ່​ເດັກ​ນ້ອຍ​ນັ້ນ​ແບບ​ເກົ່າ​ອີກ. ຫຼັງ​ຈາກ​ນັ້ນ ເດັກ​ນ້ອຍ​ກໍ​ຈາມ 7 ເທື່ອ ແລ້ວ​ກໍ​ມືນ​ຕາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌