-
2 ກະສັດ 2:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ເອລີຊາຈຶ່ງບອກວ່າ: “ເອົາເກືອໃສ່ຖ້ວຍນ້ອຍໃໝ່ໆໃບໜຶ່ງມາໃຫ້ຂ້ອຍ.” ເຂົາເຈົ້າກໍເຮັດຕາມທີ່ລາວບອກ. 21 ຈາກນັ້ນ ລາວກໍໄປບ່ອນທີ່ເປັນຕົ້ນນ້ຳແລ້ວເອົາເກືອຖອກໃສ່ຫັ້ນ+ແລະເວົ້າວ່າ: “ພະເຢໂຫວາບອກວ່າ ‘ເຮົາເຮັດໃຫ້ນ້ຳນີ້ສະອາດແລະໃຊ້ໄດ້ແລ້ວ. ນ້ຳນີ້ຈະບໍ່ເຮັດໃຫ້ໃຜຕາຍຫຼືເປັນໝັນ*ອີກຕໍ່ໄປ.’”
-
-
2 ກະສັດ 4:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ໃຫ້ເຈົ້າກັບພວກລູກຊາຍເຂົ້າໄປໃນເຮືອນແລະອັດປະຕູໄວ້ ແລ້ວເອົານ້ຳມັນຖອກໃສ່ໄຫທຸກໜ່ວຍໃຫ້ເຕັມ. ໜ່ວຍໃດເຕັມແລ້ວໃຫ້ແຍກໄວ້ຕ່າງຫາກ.”
-
-
2 ກະສັດ 4:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ຜູ້ຍິງຄົນນັ້ນໄປເລົ່າໃຫ້ເອລີຊາຄົນຂອງພະເຈົ້າທ່ຽງແທ້ຟັງ ເອລີຊາຈຶ່ງບອກລາວວ່າ: “ໃຫ້ເຈົ້າເອົານ້ຳມັນໄປຂາຍ ແລ້ວໄຊ້ໜີ້ໃຫ້ໝົດ. ສ່ວນເງິນທີ່ເຫຼືອນັ້ນ ເຈົ້າກັບລູກກໍເອົາໄວ້ໃຊ້ໄວ້ຈ່າຍ.”
-
-
2 ກະສັດ 6:5-7ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ຕອນທີ່ຜູ້ໜຶ່ງກຳລັງຕັດຕົ້ນໄມ້ ຂວານໄດ້ຫຼຸດອອກຈາກດ້າມແລະຕົກລົງນ້ຳ ລາວຈຶ່ງຮ້ອງຂຶ້ນວ່າ: “ທ່ານເອີ້ຍ ຕາຍຄັກໆ! ຂວານນີ້ແຮ່ງຢືມເຂົາເຈົ້າມາ!” 6 ຄົນຂອງພະເຈົ້າທ່ຽງແທ້ຖາມວ່າ: “ມັນຕົກລົງບ່ອນໃດ?” ລາວກໍຊີ້ໃຫ້ເບິ່ງ. ເອລີຊາຈຶ່ງຕັດງ່າໄມ້ມາງ່າໜຶ່ງແລະໂຍນລົງໄປບ່ອນນັ້ນ ແລ້ວຂວານກໍຟູຂຶ້ນມາ. 7 ເອລີຊາບອກວ່າ: “ຈັບເອົາແມ້.” ລາວກໍເດ່ມືໄປຈັບເອົາ.
-