-
2 ກະສັດ 4:32-35ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ເມື່ອເອລີຊາເຂົ້າໄປໃນເຮືອນ ລາວກໍເຫັນວ່າເດັກນ້ອຍຜູ້ນັ້ນນອນຕາຍຢູ່ເທິງຕຽງຂອງລາວ.+ 33 ເອລີຊາເຂົ້າໄປແລະອັດປະຕູຫ້ອງໄວ້. ໃນຫ້ອງນັ້ນມີແຕ່ເຂົາເຈົ້າ 2 ຄົນ ແລະລາວກໍເລີ່ມອະທິດຖານຫາພະເຢໂຫວາ.+ 34 ເອລີຊາຂຶ້ນໄປເທິງຕຽງ ແລະກົ້ມໂຕລົງໃສ່ເດັກນ້ອຍນັ້ນ. ລາວໃຫ້ປາກຈຸປາກ ຕາຈຸຕາ ແລະມືຈຸມື ແລ້ວໂຕຂອງເດັກນ້ອຍນັ້ນກໍເລີ່ມອຸ່ນຂຶ້ນ.+ 35 ເອລີຊາຍ່າງໄປຍ່າງມາຢູ່ໃນເຮືອນ* ແລ້ວຂຶ້ນໄປເທິງຕຽງ ແລະລາວກໍກົ້ມໂຕລົງໃສ່ເດັກນ້ອຍນັ້ນແບບເກົ່າອີກ. ຫຼັງຈາກນັ້ນ ເດັກນ້ອຍກໍຈາມ 7 ເທື່ອ ແລ້ວກໍມືນຕາ.+
-