ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 3:10, 11
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ໂຊໂລໂມນ​ມີ​ລູກ​ຊາຍ​ຊື່​ເຣໂຮໂບອາມ+ ເຣໂຮໂບອາມ​ມີ​ລູກ​ຊາຍ​ຊື່​ອາບີຢາ+ ອາບີຢາ​ມີ​ລູກ​ຊາຍ​ຊື່​ອາຊາ+ ອາຊາ​ມີ​ລູກ​ຊາຍ​ຊື່​ເຢໂຮຊາຟັດ+ 11 ເຢໂຮຊາຟັດ​ມີ​ລູກ​ຊາຍ​ຊື່​ເຢໂຮຣາມ+ ເຢໂຮຣາມ​ມີ​ລູກ​ຊາຍ​ຊື່​ອາຮາຊີຢາ+ ອາຮາຊີຢາ​ມີ​ລູກ​ຊາຍ​ຊື່​ເຢໂຮອາດ+

  • 2 ຂ່າວຄາວ 21:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພະ​ເຢໂຫວາ​ໄດ້​ໃຫ້​ພວກ​ຟີລິດສະຕີນ+​ກັບ​ພວກ​ອາຣັບ+​ທີ່​ຢູ່​ໃກ້​ກັບ​ເອທິໂອເປຍ​ມາໂຈມຕີ+​ເຢໂຮຣາມ. 17 ເຂົາ​ເຈົ້າ​ໄດ້​ບຸກ​ເຂົ້າ​ມາ​ໃນ​ຢູດາ​ແລະ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຂົາ​ເຈົ້າ​ໄດ້​ຈັບ​ເອົາ​ພວກ​ລູກ​ພວກ​ເມຍ​ຂອງ​ລາວ​ໄປ​ນຳ​ແລະ​ປະ​ແຕ່​ເຢໂຮອາຮາດ*+​ທີ່​ເປັນ​ລູກ​ຊາຍ​ຫຼ້າ​ໄວ້​ກັບ​ລາວ.

  • 2 ຂ່າວຄາວ 22:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ຕໍ່ມາ ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຕັ້ງ​ອາຮາຊີຢາ​ລູກ​ຊາຍ​ຫຼ້າ​ຂອງ​ເຢໂຮຣາມ​ເປັນ​ກະສັດ​ແທນ​ພໍ່ ຍ້ອນ​ພວກ​ກຸ່ມ​ໂຈນ​ທີ່​ມາ​ກັບ​ພວກ​ອາຣັບ​ໄດ້​ບຸກ​ຄ້າຍ​ຂອງ​ພວກ​ຢູດາແລະ​ຂ້າ​ພວກ​ອ້າຍ​ຂອງ​ລາວ​ຕາຍ​ໝົດ.+ ອາຮາຊີຢາ​ລູກ​ຊາຍ​ຂອງ​ເຢໂຮຣາມ​ຈຶ່ງ​ເປັນ​ກະສັດ​ປົກຄອງ​ຢູດາ.+ 2 ອາຮາຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 1 ປີ. ແມ່​ຂອງ​ລາວ​ຊື່​ອາທາລີຢາ+​ເປັນ​ຫຼານ​ສາວ*​ຂອງ​ອົມຣີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌