-
2 ຊາມູເອນ 10:1-5ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ຕໍ່ມາ ກະສັດຂອງອຳໂມນ+ກໍຕາຍ ແລະຮານຸນລູກຊາຍຂອງລາວໄດ້ເປັນກະສັດແທນ.+ 2 ເມື່ອດາວິດຮູ້ເລື່ອງນີ້ ລາວກໍເວົ້າວ່າ: “ຂ້ອຍຢາກເຮັດດີ*ຕໍ່ຮານຸນຄືກັບທີ່ນາຮາດພໍ່ຂອງລາວໄດ້ເຮັດດີຕໍ່ຂ້ອຍ.” ດາວິດຈຶ່ງສົ່ງຄົນໄປຫາຮານຸນເພື່ອສະແດງຄວາມເສຍໃຈທີ່ພໍ່ຂອງລາວຕາຍ. ແຕ່ເມື່ອຄົນຂອງດາວິດໄປຮອດແຜ່ນດິນຂອງພວກອຳໂມນ 3 ພວກເຈົ້ານາຍຂອງຄົນອຳໂມນເວົ້າກັບຮານຸນວ່າ: “ທ່ານຄິດວ່າດາວິດໃຫ້ກຽດພໍ່ທ່ານໂດຍສົ່ງຄົນມາສະແດງຄວາມເສຍໃຈນຳທ່ານບໍ? ດາວິດສົ່ງຄົນມາສອດແນມເພື່ອຈະຮູ້ການເຄື່ອນໄຫວຂອງທ່ານແລະເພື່ອຈະໂຈມຕີເມືອງນີ້ຫັ້ນຕິ.” 4 ຮານຸນຈຶ່ງຈັບຄົນຂອງດາວິດໄປແຖໜວດແຖເຄົາອອກເຄິ່ງໜຶ່ງ+ ແລະຕັດເຄື່ອງນຸ່ງຂອງເຂົາເຈົ້າຈົນຮອດແອວໃຫ້ເຫັນກົ້ນ ແລ້ວໃຫ້ເຂົາເຈົ້າກັບເມືອ. 5 ເມື່ອດາວິດຮູ້ເລື່ອງນີ້ ລາວຈຶ່ງສົ່ງຄົນໄປຫາເຂົາເຈົ້າທັນທີຍ້ອນເຂົາເຈົ້າອາຍຫຼາຍ. ກະສັດດາວິດບອກວ່າ: “ໃຫ້ຢູ່ເມືອງເຢຣິໂກ+ຈົນໜວດຈົນເຄົາປົ່ງ ແລ້ວຈຶ່ງກັບມາ.”
-