-
ພະບັນຍັດ 12:1ຄຳພີໄບເບິນສະບັບແປໂລກໃໝ່
-
-
12 “ຕໍ່ໄປນີ້ແມ່ນຂໍ້ກຳນົດກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປຢ່າງເຄັ່ງຄັດ ຕອນທີ່ພວກເຈົ້າເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າຊິເອົາໃຫ້.
-
-
ພະບັນຍັດ 17:18, 19ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ເມື່ອລາວໄດ້ເປັນກະສັດແລ້ວ ລາວຕ້ອງກ່າຍຄືນກົດໝາຍນີ້ທີ່ປະໂລຫິດຄົນເລວີໄດ້ມ້ຽນໄວ້+ໃສ່ໃນປຶ້ມຂອງໂຕເອງ.
19 ລາວຕ້ອງຮັກສາປຶ້ມນັ້ນໄວ້ດີໆ ແລະອ່ານກົດໝາຍນັ້ນຕະຫຼອດຊີວິດຂອງລາວ+ ເພື່ອລາວຈະໄດ້ຮຽນຮູ້ທີ່ຈະຢ້ານຢຳພະເຢໂຫວາພະເຈົ້າຂອງລາວ ແລະເຮັດຕາມຂໍ້ກຳນົດກົດໝາຍທັງໝົດນີ້ຢ່າງເຄັ່ງຄັດ.+
-