-
1 ຂ່າວຄາວ 29:2-4ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຂ້ອຍໄດ້ພະຍາຍາມກຽມທຸກຢ່າງເພື່ອສ້າງວິຫານພະເຈົ້າຂອງຂ້ອຍ. ຂ້ອຍໄດ້ກຽມເງິນ ຄຳ ທອງແດງ ເຫຼັກ+ ໄມ້+ ຫີນໂອນິກ ຫີນພິເສດທີ່ຕິດໃສ່ປູນໄດ້ ຫີນກ້ອນນ້ອຍໆທີ່ເອົາມາເຮັດເປັນລວດລາຍໄດ້ ເພັດນິນຈິນດາທຸກຊະນິດ ແລະຫີນອ່ອນຈຳນວນຫຼາຍ. 3 ຍ້ອນຂ້ອຍຮັກວິຫານພະເຈົ້າຂອງຂ້ອຍຫຼາຍ+ ຂ້ອຍບໍ່ພຽງແຕ່ກຽມສິ່ງຕ່າງໆໄວ້ເພື່ອສ້າງວິຫານທີ່ບໍລິສຸດຫຼັງນີ້ ແຕ່ຂ້ອຍຈະບໍລິຈາກເງິນຄຳທີ່ເປັນຂອງຂ້ອຍເອງ+ໃຫ້ວິຫານພະເຈົ້າຂອງຂ້ອຍນຳ. 4 ຂ້ອຍຈະເອົາຄຳຈາກໂອຟີ+ໜັກ 3.000 ຕະລັນ* ແລະເງິນແທ້ໜັກ 7.000 ຕະລັນ*ໃຫ້ເພື່ອໂອບຝາຂອງຫ້ອງຕ່າງໆໃນວິຫານ
-