-
1 ຂ່າວຄາວ 25:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ຫຼັງຈາກນັ້ນ ດາວິດກັບພວກຫົວໜ້າໄດ້ແບ່ງລູກຫຼານບາງຄົນຂອງອາສັບ ເຮມານ ແລະເຢດູທູນ+ເພື່ອໃຫ້ພະຍາກອນແລະສັນລະເສີນພະເຈົ້າ ພ້ອມທັງດີດພິນ ຫຼິ້ນເຄື່ອງດົນຕີທີ່ມີສາຍ+ ແລະຕີແສ່ງ.+ ຕໍ່ໄປນີ້ແມ່ນລາຍຊື່ຂອງຄົນທີ່ເຮັດໜ້າທີ່ເຫຼົ່ານີ້. 2 ໃນພວກລູກຫຼານຂອງອາສັບມີ: ຊາກູເຣ ໂຢເຊັບ ເນທານີອາ ແລະອາຊາເຣລາ. ເຂົາເຈົ້າເຮັດວຽກຕາມທີ່ອາສັບບອກແລະພະຍາກອນສິ່ງທີ່ກະສັດຢາກຮູ້.
-