-
ອົບພະຍົບ 31:2-5ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ເຮົາໄດ້ເລືອກເບຊາເລນ+ຈາກຕະກູນຢູດາ. ລາວເປັນລູກຊາຍຂອງອູຣີແລະເປັນຫຼານຂອງຮູເຣ.+ 3 ເຮົາຈະໃຫ້ພະລັງຂອງເຮົາກັບລາວ ເພື່ອໃຫ້ລາວມີສະຕິປັນຍາ ມີຄວາມເຂົ້າໃຈ ມີຄວາມຮູ້ ແລະໃຫ້ລາວເຮັດວຽກດ້ານສີໄມ້ລາຍມືເກັ່ງທຸກຢ່າງ 4 ທັງການອອກແບບລວດລາຍຕ່າງໆ ວຽກກ່ຽວກັບຄຳ ເງິນ ແລະທອງແດງ 5 ວຽກເຈຍລະໄນແລະຈັດວາງເພັດພອຍ+ ແລະວຽກແກະສະຫຼັກໄມ້ທຸກຢ່າງ.+
-