-
1 ກະສັດ 3:5-9ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ມີຄືນໜຶ່ງຕອນທີ່ໂຊໂລໂມນກຳລັງນອນຢູ່ເມືອງກິເບໂອນ ພະເຢໂຫວາໄດ້ຖາມລາວທາງຄວາມຝັນວ່າ: “ເຈົ້າຢາກຂໍຫຍັງນຳເຮົາ?”+ 6 ໂຊໂລໂມນຕອບວ່າ: “ພະອົງໄດ້ສະແດງຄວາມຮັກທີ່ໝັ້ນຄົງຢ່າງລົ້ນເຫຼືອຕໍ່ດາວິດພໍ່ຂອງລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ ຍ້ອນເພິ່ນໃຊ້ຊີວິດໃນແນວທາງຂອງພະອົງຢ່າງສັດຊື່ ຖືກຕ້ອງ ແລະຈາກໃຈຈິງ. ພະອົງຍັງໄດ້ສະແດງຄວາມຮັກແບບນັ້ນຕໍ່ໆໄປໂດຍໃຫ້ລູກຊາຍຂອງເພິ່ນໄດ້ເປັນກະສັດ.+ 7 ເຖິງວ່າຕອນນີ້ລູກຍັງນ້ອຍແລະບໍ່ມີປະສົບການ+ ແຕ່ພະເຢໂຫວາພະເຈົ້າຂອງລູກກໍຍັງໃຫ້ລູກເປັນກະສັດຕໍ່ຈາກດາວິດພໍ່ຂອງລູກ. 8 ພະອົງເລືອກລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ+ຈາກປະຊາຊົນຂອງພະອົງທີ່ມີຫຼາຍແທ້ຫຼາຍວ່າ. 9 ຂໍໃຫ້ຜູ້ຮັບໃຊ້ຂອງພະອົງຜູ້ນີ້ເຕັມໃຈເຊື່ອຟັງ ເພື່ອຈະຕັດສິນປະຊາຊົນຂອງພະອົງ+ ແລະເພື່ອຈະຮູ້ວ່າອັນໃດຖືກອັນໃດຜິດ.+ ຄັນບໍ່ຊັ້ນ ລູກຈະປົກຄອງປະຊາຊົນຂອງພະອົງທີ່ມີຈຳນວນຫຼາຍ*ແບບນີ້ໄດ້ແນວໃດ.”
-