ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 2:59-63
    ຄຳພີໄບເບິນສະບັບແປໂລກໃໝ່
    • 59 ມີ​ບາງຄົນ​ທີ່​ມາ​ຈາກ​ເຕນເມລາ ເຕນຮາຊາ ເກຣຸບ ອັດໂດນ ແລະ​ອິມເມ​ທີ່​ພິສູດ​ບໍ່​ໄດ້​ວ່າຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ເປັນ​ຄົນ​ອິດສະຣາເອນ​ແທ້​ໆ​ຫຼື​ບໍ່.+ 60 ເຂົາ​ເຈົ້າ​ເປັນ​ລູກ​ຫຼານ​ຂອງ​ເດລາຢາ ລູກ​ຫຼານ​ຂອງ​ໂຕເບຍ ແລະ​ລູກ​ຫຼານ​ຂອງ​ເນໂກດາ ລວມ​ທັງ​ໝົດ 652 ຄົນ. 61 ນອກ​ຈາກ​ນັ້ນ​ຍັງ​ມີ​ລູກ​ຫຼານ​ຂອງ​ພວກ​ປະໂລຫິດ​ບາງຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຮບາຢາ ລູກ​ຫຼານ​ຂອງ​ຮັກກົດ+ ແລະ​ລູກ​ຫຼານ​ຂອງ​ບາຊິລາຍ (ລາວ​ຖືກ​ເອີ້ນ​ວ່າ​ບາຊິລາຍ+​ຍ້ອນ​ລາວ​ແຕ່ງດອງ​ກັບ​ລູກສາວ​ຂອງ​ບາຊິລາຍ​ຄົນ​ກິລຽດ.) 62 ທີ່​ຊອກ​ຊື່​ຂອງ​ໂຕເອງ​ບໍ່​ເຫັນ​ໃນປຶ້ມ​ບັນທຶກ​ລາຍຊື່​ຄອບຄົວ. ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງຮັບ​ໃຊ້ເປັນ​ປະໂລຫິດ​ບໍ່​ໄດ້.*+ 63 ເຈົ້າ​ແຂວງ*​ຈຶ່ງ​ບອກ​ເຂົາ​ເຈົ້າ​ບໍ່​ໃຫ້​ກິນ​ຂອງ​ກິນ​ທີ່​ບໍລິສຸດ+​ຈົນ​ກວ່າ​ຈະ​ມີ​ປະໂລຫິດ​ທີ່​ຖາມ​ພະເຈົ້າ​ຜ່ານ​ທາງ​ອູຣີມ*​ແລະ​ທູມມີມ.*+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌