-
ຈົດເຊັນບັນຊີ 18:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາເວົ້າກັບອາໂຣນຕື່ມອີກວ່າ: “ເຮົາຈະໃຫ້ເຈົ້າເບິ່ງແຍງສິ່ງທີ່ພວກອິດສະຣາເອນເອົາມາໃຫ້ເຮົາ.+ ເຮົາຈະໃຫ້ເຈົ້າກັບພວກລູກຊາຍຂອງເຈົ້າໄດ້ສ່ວນແບ່ງຂອງສິ່ງບໍລິສຸດນີ້ຕະຫຼອດໄປ.+ 9 ພວກເຈົ້າຈະໄດ້ສ່ວນແບ່ງຈາກເຄື່ອງບູຊາດ້ວຍໄຟເຊິ່ງເປັນເຄື່ອງບູຊາທີ່ບໍລິສຸດແທ້ໆຄື: ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ເຄື່ອງບູຊາໄຖ່ບາບ+ ແລະເຄື່ອງບູຊາໄຖ່ຄວາມຜິດ+ທີ່ພວກອິດສະຣາເອນເອົາມາໃຫ້ເຮົາ. ທັງໝົດນີ້ແມ່ນສິ່ງທີ່ບໍລິສຸດແທ້ໆສຳລັບເຈົ້າກັບພວກລູກຊາຍຂອງເຈົ້າ.
-