-
ອົບພະຍົບ 2:23-25ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ຫຼັງຈາກຫຼາຍປີຜ່ານໄປ ກະສັດເອຢິບ*ກໍຕາຍ.+ ແຕ່ພວກອິດສະຣາເອນກໍຍັງຮ້ອງຄາງຈົ່ມທຸກຈົ່ມຍາກຍ້ອນເປັນທາດຢູ່ ແລະເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຈົ້າທ່ຽງແທ້ຊ່ວຍ.+ 24 ພະເຈົ້າໄດ້ຍິນສຽງຮ້ອງຄາງຂອງເຂົາເຈົ້າ+ ແລະເພິ່ນກໍຄິດເຖິງຄຳສັນຍາທີ່ໃຫ້ໄວ້ກັບອັບຣາຮາມ ອີຊາກ ແລະຢາໂຄບ.+ 25 ດັ່ງນັ້ນ ພະເຈົ້າຈຶ່ງສົນໃຈພວກລູກຫຼານອິດສະຣາເອນ ແລະເຫັນວ່າເຂົາເຈົ້າມີຄວາມທຸກ.
-