-
ເນເຮມີຢາ 10:28, 29ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ຄົນອື່ນໆທີ່ຮ່ວມເຮັດສັນຍານີ້ມີ: ພວກປະໂລຫິດ ພວກເລວີ ພວກຄົນຍາມປະຕູ ພວກນັກຮ້ອງ ພວກຄົນຮັບໃຊ້ໃນວິຫານ* ແລະທຸກຄົນທີ່ເຊົາພົວພັນກັບຊາດຕ່າງໆທີ່ຢູ່ອ້ອມຂ້າງເພື່ອເຮັດຕາມກົດໝາຍຂອງພະເຈົ້າທ່ຽງແທ້+ພ້ອມກັບລູກກັບເມຍຂອງເຂົາເຈົ້າ ແລະທຸກຄົນທີ່ເຂົ້າໃຈຄຳສັນຍາ*ນັ້ນໄດ້. 29 ຄົນເຫຼົ່ານີ້ໄດ້ມາລວມກັບພີ່ນ້ອງຂອງເຂົາເຈົ້າທີ່ເປັນຄົນສຳຄັນແລະສັນຍາວ່າຈະເຮັດຕາມກົດໝາຍຂອງພະເຈົ້າທ່ຽງແທ້ ແລະຖ້າບໍ່ເຮັດຕາມກໍຈະຍອມໃຫ້ພະເຈົ້າລົງໂທດ. ເຂົາເຈົ້າຕົກລົງທີ່ຈະເຮັດຕາມກົດໝາຍທີ່ພະເຈົ້າທ່ຽງແທ້ໃຫ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງເພິ່ນ. ເຂົາເຈົ້າສັນຍາວ່າຈະເຮັດຕາມຄຳສັ່ງ ການຕັດສິນ ແລະຂໍ້ກຳນົດທຸກຢ່າງຂອງພະເຢໂຫວາພະເຈົ້າ.
-