ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 4:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ຢ່າງເຄັ່ງ​ຄັດ+ ເພື່ອ​ຄົນ​ຊາດ​ອື່ນ​ໆ​ທີ່​ໄດ້​ຍິນ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ພວກ​ເຈົ້າ​ຊິ​ຮູ້​ວ່າ ພວກ​ເຈົ້າ​ມີ​ສະຕິ​ປັນຍາ+ແລະ​ມີ​ຄວາມ​ເຂົ້າໃຈ+ ແລະ​ພວກ​ເຂົາ​ຊິ​ເວົ້າ​ວ່າ ‘ຊາດ​ນີ້​ຈັ່ງ​ແມ່ນ​ສະຫຼາດ​ແລະ​ມີ​ຄວາມ​ເຂົ້າໃຈອີ່ຫຼີ.’+

  • ເພງສັນລະເສີນ 111:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຄວາມ​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຈຸດເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ.+

      ש [ຊິນ]

      ຄົນ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ.+

      ת [ເທົາ]

      ເພິ່ນ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດໄປ.

  • ສຸພາສິດ 9:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ການ​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ+

      ແລະ​ການ​ຮູ້​ຈັກ​ພະເຈົ້າ​ອົງ​ບໍລິສຸດ+​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ.

  • ປັນຍາຈານ 12:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຂໍ້​ສະຫຼຸບ​ຂອງ​ເລື່ອງ​ທັງໝົດ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ກໍ​ຄື ໃຫ້​ຢ້ານຢຳ​ພະເຈົ້າ​ທ່ຽງແທ້+​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ+ ຍ້ອນ​ນີ້​ແມ່ນ​ໜ້າທີ່​ທັງໝົດ​ຂອງ​ມະນຸດ.+

  • ໂຣມ 1:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ເຖິງ​ວ່າ​ມະນຸດ​ເບິ່ງ​ບໍ່​ເຫັນ​ພະເຈົ້າ ແຕ່​ເມື່ອ​ສັງເກດ​ເບິ່ງ​ສິ່ງທີ່​ເພິ່ນ​ສ້າງ​ໄວ້ ພວກ​ເຮົາ​ກໍ​ຈະ​ເຫັນ​ຄຸນລັກສະນະ​ຕ່າງ​ໆ​ຂອງ​ເພິ່ນ​ຢ່າງ​ຈະ​ແຈ້ງ. ພວກ​ເຮົາ​ສາມາດ​ຮູ້​ຈັກ​ເພິ່ນ​ຫຼາຍ​ຂຶ້ນ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ.+ ສິ່ງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ເພິ່ນ​ທີ່​ມີ​ຢູ່​ຕະຫຼອດ​ໄປ+ ແລະ​ພິສູດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແທ້​ໆ​.+ ຖ້າ​ຄົນ​ເຮົາ​ສັງເກດ​ເບິ່ງ​ສິ່ງ​ເຫຼົ່າ​ນີ້​ແລ້ວ ເຂົາເຈົ້າ​ກໍ​ຖຽງ​ບໍ່​ໄດ້​ວ່າ​ບໍ່​ມີ​ພະເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌