-
ໂຢບ 2:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຕໍ່ມາ ພວກລູກຂອງພະເຈົ້າທ່ຽງແທ້*+ໄດ້ມາຢູ່ຕໍ່ໜ້າພະເຢໂຫວາ. ເຂົາເຈົ້າຢູ່ປະຈຳບ່ອນຂອງໂຕເອງ+ ແລະຊາຕານກໍໄດ້ເຂົ້າມາຢູ່ບ່ອນຂອງມັນຕໍ່ໜ້າພະເຢໂຫວາຄືກັນ.+
2 ພະເຢໂຫວາຖາມຊາຕານວ່າ: “ເຈົ້າໄປໃສມາ?” ຊາຕານກໍຕອບພະເຢໂຫວາວ່າ: “ໄປເລາະຫຼິ້ນຢູ່ໂລກມາ.”+ 3 ພະເຢໂຫວາເວົ້າກັບຊາຕານອີກວ່າ: “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາບໍ? ຢູ່ໃນໂລກບໍ່ມີໃຜຄືກັບລາວ. ລາວເຮັດສິ່ງທີ່ຖືກຕ້ອງແລະສັດຊື່ໃນທຸກເລື່ອງ.*+ ລາວຢ້ານຢຳພະເຈົ້າແລະບໍ່ເຮັດສິ່ງຊົ່ວ. ເຖິງວ່າເຈົ້າຊິພະຍາຍາມໃຫ້ເຮົາທຳຮ້າຍລາວ+ແບບບໍ່ມີເຫດຜົນ ລາວກໍຍັງສັດຊື່ຕໍ່ເຮົາສະເໝີ.”+
-