ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 9:33
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ບໍ່​ວ່າ​ພວກ​ເຮົາ​ຈະ​ເຈິ​ເລື່ອງ​ດີ​ຫຼື​ເລື່ອງ​ຮ້າຍ ພະອົງ​ກໍຍຸຕິທຳກັບ​ພວກ​ເຮົາ​ສະເໝີ. ພະອົງ​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ສັດຊື່ ແຕ່​ພວກ​ເຮົາ​ນີ້​ແຫຼະ​ທີ່​ເຮັດ​ຊົ່ວ​ເອງ.+

  • ເພງສັນລະເສີນ 35:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ແລ້ວ​ລູກ​ຈະ​ເລົ່າ​ຄືນ*​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ພະອົງ+

      ແລະ​ສັນລະເສີນ​ພະອົງ​ສະເໝີ.+

  • ເພງສັນລະເສີນ 59:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ແຕ່​ສຳລັບ​ລູກ ລູກ​ຈະ​ຮ້ອງ​ເພງ​ກ່ຽວກັບ​ລິດເດດ​ຂອງ​ພະອົງ.+

      ໃນ​ຕອນ​ເຊົ້າ ລູກ​ຈະ​ເວົ້າ​ກ່ຽວກັບ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະອົງ​ຢ່າງ​ມີ​ຄວາມສຸກ.

      ພະອົງ​ເປັນ​ບ່ອນ​ລີ້​ທີ່​ປອດໄພ​ຂອງ​ລູກ+

      ແລະ​ເປັນ​ບ່ອນ​ທີ່​ລູກ​ໜີ​ໄປ​ລີ້​ໄດ້​ໃນ​ຍາມ​ທີ່​ຍາກ​ລຳບາກ.+

  • ດານີເອນ 9:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ພະ​ເຢໂຫວາ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແຕ່​ພວກ​ເຮົາ​ພັດ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ອາຍ​ຈົນ​ຮອດ​ທຸກ​ມື້​ນີ້. ພະອົງ​ເຮັດ​ໃຫ້​ຄົນ​ຢູດາ ຄົນ​ໃນ​ເມືອງ​ເຢຣູຊາເລັມ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທຸກ​ດິນແດນ​ທັງ​ໃກ້​ແລະ​ໄກ ຍ້ອນ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ພະອົງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌