-
ເອຊາຢາ 17:12, 13ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຟັງແມ້! ມີສຽງຮ້ອງສັບສົນວຸ່ນວາຍຂອງຫຼາຍໆຄົນ.
ສຽງເຂົາເຈົ້າດັງສ່ຳກັບສຽງທະເລທີ່ປັ່ນປ່ວນ.
ມີສຽງດັງອຶກກະທຶກຂອງຊາດຕ່າງໆ.
ສຽງເຂົາເຈົ້າດັງຄືກັບສຽງຂອງຄື້ນທີ່ໃຫຍ່ໆ.
13 ຊາດຕ່າງໆຈະເຮັດສຽງດັງຄືກັບສຽງຄື້ນທີ່ຊັດແຮງໆ.
ພະເຈົ້າຈະຕັກເຕືອນເຂົາເຈົ້າແລະເຂົາເຈົ້າຈະໜີໄປໄກໆ.
ເຂົາເຈົ້າຈະໜີໄປໄກໆຄືກັບຂີ້ແກບຢູ່ເທິງພູທີ່ຖືກລົມພັດໄປໄກໆ
ແລະຄືກັບຕົ້ນໜາມ*ທີ່ຖືກລົມພັດໄປໄກໆ.
-
-
ເອຊາຢາ 57:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ແຕ່ຄົນຊົ່ວເປັນຄືກັບທະເລທີ່ປັ່ນປ່ວນບໍ່ເຊົາຈັກເທື່ອ
ເປັນຄືກັບຄື້ນແຮງໆທີ່ພັດເອົາສາຫຼ່າຍແລະຂີ້ຕົມຂຶ້ນມາ.
-