ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 25:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ພະເຈົ້າ​ຂອງ​ລູກ ລູກ​ໄວ້ໃຈ​ພະອົງ.+

      ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ອັບອາຍ​ຂາຍ​ໜ້າ.+

      ຂໍ​ຢ່າ​ຍອມ​ໃຫ້​ສັດຕູ​ຂອງ​ລູກ​ດີໃຈ​ທີ່​ເຫັນ​ລູກ​ທົນ​ທຸກ.+

  • ເພງສັນລະເສີນ 31:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ພະ​ເຢໂຫວາ​ເອີ້ຍ ລູກ​ໄວ້ໃຈ​ວ່າ​ພະອົງ​ຈະ​ປົກປ້ອງ​ລູກ.+

      ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ອັບອາຍ​ຂາຍ​ໜ້າ.+

      ຂໍ​ພະອົງ​ຊ່ວຍ​ລູກ​ຍ້ອນ​ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.+

       2 ຂໍ​ພະອົງ​ກົ້ມ​ລົງ​ມາ​ແລະ​ຟັງ​ລູກ.*

      ຂໍ​ພະອົງ​ຟ້າວ​ມາ​ຊ່ວຍ​ລູກ​ໃຫ້​ລອດ​ໄວ​ໆ​ແດ່.+

      ຂໍ​ໃຫ້​ພະອົງ​ເປັນ​ຄື​ກັບ​ພູ​ທີ່​ໝັ້ນຄົງ

      ແລະ​ເປັນ​ຄື​ກັບ​ປ້ອມ​ສູງ​ໆ​ທີ່​ປົກປ້ອງ​ລູກ.+

       3 ພະອົງ​ເປັນ​ຫີນ​ຜາ​ແລະ​ເປັນ​ບ່ອນ​ທີ່​ປອດໄພ​ຂອງ​ລູກ.+

      ພະອົງ​ຈະ​ນຳ​ໜ້າ​ລູກ​ແລະ​ຊີ້ນຳ​ລູກ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ.+

  • ເອຊາຢາ 45:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ແຕ່​ພະ​ເຢໂຫວາ​ຈະ​ຊ່ວຍ​ອິດສະຣາເອນ​ໃຫ້​ລອດ​ສະເໝີ.+

      ເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ​ຂາຍ​ໜ້າ​ຕະຫຼອດໄປ.+

  • ເຢເຣມີຢາ 17:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຂໍ​ພະອົງ​ເຮັດ​ໃຫ້​ຄົນ​ທີ່​ຂົ່ມເຫງ​ລູກ​ອັບອາຍ+

      ແຕ່​ຂໍ​ຢ່າ​ເຮັດ​ໃຫ້​ລູກ​ອັບອາຍ.

      ຂໍ​ພະອົງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ

      ແຕ່​ຂໍ​ຢ່າ​ເຮັດ​ໃຫ້​ລູກ​ຢ້ານ.

      ຂໍ​ພະອົງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ+

      ເຮັດ​ໃຫ້​ເຂົາ​ເຈົ້າ​ເຈິ​ຈຸດຈົບ​ແລະ​ທຳລາຍ​ເຂົາ​ເຈົ້າ​ຈົນ​ໝົດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌