ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢບ 21:19, 20
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຖ້າ​ຄົນ​ໜຶ່ງ​ເຮັດ​ຊົ່ວ ພະເຈົ້າ​ຊິລົງໂທດ​ລູກຂອງ​ລາວ.

      ແຕ່​ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຄົນ​ນັ້ນ​ຄື​ກັນ ເພື່ອ​ລາວ​ຊິ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ.+

      20 ຂໍ​ໃຫ້​ລາວ​ເຫັນ​ຄວາມ​ຈິບຫາຍ​ດ້ວຍ​ຕາ​ຂອງ​ໂຕ​ເອງ

      ແລະ​ຂໍ​ໃຫ້​ລາວ​ເຈິຄວາມ​ໃຈ​ຮ້າຍຂອງ​ຜູ້​ມີ​ລິດເດດ​ສູງ​ສຸດ.+

  • ເຢເຣມີຢາ 25:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ຕ່າງ​ໆ​. ໃຫ້​ເຈົ້າ​ເອົາ​ຈອກ​ເຫຼົ້າແວງ​ຂອງ​ຄວາມ​ໃຈ​ຮ້າຍ​ຈາກ​ມື​ຂອງ​ເຮົາ​ໄປ​ໃຫ້​ເຂົາ​ເຈົ້າ​ກິນ.

  • ເຢເຣມີຢາ 25:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ຖ້າ​ເຂົາ​ເຈົ້າ​ບໍ່​ຍອມ​ເອົາ​ຈອກ​ຈາກ​ມື​ຂອງ​ເຈົ້າ​ໄປ​ກິນ ໃຫ້​ເຈົ້າ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ “ເຈົ້າ​ຕ້ອງ​ກິນ!

  • ເຢເຣມີຢາ 49:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ເວົ້າ​ວ່າ: “ຖ້າ​ຄົນ​ທີ່​ບໍ່​ໄດ້​ຖືກ​ຕັດສິນ​ໃຫ້​ກິນ​ຈາກ​ຈອກ​ຂອງ​ຄວາມ​ໃຈ​ຮ້າຍ​ກໍ​ຍັງ​ຕ້ອງ​ໄດ້​ກິນ ເຈົ້າ​ຄິດ​ວ່າ​ເຈົ້າ​ຊິ​ລອດ​ບໍ? ເຈົ້າ​ຈະ​ຕ້ອງ​ກິນ​ຈາກ​ຈອກ​ຂອງ​ຄວາມ​ໃຈ​ຮ້າຍ​ນັ້ນ​ແລະ​ເຈົ້າ​ຈະ​ຖືກ​ລົງໂທດ​ແທ້.”+

  • ພະນິມິດ 14:9, 10
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ແລ້ວ​ທູດສະຫວັນ​ອົງ​ທີ 3 ກໍ​ນຳ​ມາ​ແລະ​ເວົ້າ​ສຽງ​ດັງ​ວ່າ: “ຖ້າ​ໃຜ​ຂາບ​ໄຫວ້​ສັດ​ຮ້າຍ+​ແລະ​ຮູບ​ປັ້ນ​ຂອງ​ມັນ ແລະ​ຮັບ​ເຄື່ອງ​ໝາຍ​ຢູ່​ໜ້າຜາກ​ຫຼື​ຢູ່​ມື+ 10 ລາວ​ຈະ​ຕ້ອງ​ກິນ​ເຫຼົ້າແວງ​ຂອງ​ພະເຈົ້າ​ເຊິ່ງ​ແມ່ນ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ. ພະເຈົ້າ​ເທ​ເຫຼົ້າແວງ​ທີ່​ເຂັ້ມ​ຂຸ້ນ​ນີ້​ລົງ​ໃນ​ຈອກ​ທີ່​ໃສ່​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ+ ແລະ​ລາວ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ແລະ​ມາດ+​ຕໍ່​ໜ້າ​ພວກ​ທູດສະຫວັນ​ທີ່​ບໍລິສຸດ​ແລະ​ຕໍ່​ໜ້າ​ແກະ​ນ້ອຍ​ຂອງ​ພະເຈົ້າ.

  • ພະນິມິດ 16:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ເມືອງ​ໃຫຍ່​ນັ້ນ+​ແຍກ​ເປັນ 3 ສ່ວນ. ເມືອງ​ໃນ​ປະເທດ​ຕ່າງ​ໆ​ກໍ​ພັງ​ພິນາດ ແລະ​ພະເຈົ້າ​ບໍ່​ລືມ​ສິ່ງ​ທີ່​ເມືອງ​ບາບີໂລນ​ໃຫຍ່+​ເຮັດ. ເພິ່ນ​ຈຶ່ງ​ຍື່ນ​ຈອກ​ເຫຼົ້າແວງ​ທີ່​ໝາຍເຖິງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ໃຫ້​ເມືອງ​ນັ້ນ​ກິນ.+

  • ພະນິມິດ 18:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ເມືອງ​ນີ້​ເຄີຍ​ເຮັດ​ຕໍ່​ຄົນ​ອື່ນ​ແນວ​ໃດ ກໍ​ໃຫ້​ເຮັດ​ຕໍ່​ເມືອງ​ນີ້​ແບບ​ນັ້ນ+ ແລະ​ໃຫ້​ເຮັດ​ຄືນ​ຕໍ່​ລາວ​ໜັກ​ເປັນ 2 ເທົ່າ.+ ເມືອງ​ນີ້​ເຄີຍ​ປະສົມ​ຫຍັງ​ໃສ່​ໃນ​ຈອກ+​ໃຫ້​ຄົນ​ອື່ນ​ກິນ ກໍ​ໃຫ້​ປະສົມ​ສິ່ງ​ນັ້ນ​ໃຫ້​ລາວ​ເປັນ 2 ເທົ່າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌