-
ພະບັນຍັດ 4:34ຄຳພີໄບເບິນສະບັບແປໂລກໃໝ່
-
-
34 ພະເຈົ້າໄດ້ເລືອກພວກເຈົ້າອອກມາຈາກຊາດຕ່າງໆໃຫ້ເປັນຄົນຂອງເພິ່ນ ແລ້ວພວກເຈົ້າກໍໄດ້ເຫັນກັບຕາວ່າ ຕອນທີ່ພະເຢໂຫວາພະເຈົ້າຊ່ວຍພວກເຈົ້າອອກຈາກເອຢິບ ເພິ່ນໄດ້ໃຊ້ການຕັດສິນລົງໂທດ ການອັດສະຈັນ+ ສົງຄາມ+ ລິດເດດທີ່ຍິ່ງໃຫຍ່*+ ແລະໄດ້ເຮັດສິ່ງທີ່ເປັນຕາຢ້ານຫຼາຍຢ່າງ.+ ເພິ່ນບໍ່ເຄີຍເຮັດແບບນີ້ເພື່ອຜູ້ໃດມາກ່ອນແມ່ນບໍ?
-
-
ເພງສັນລະເສີນ 105:27-36ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ເຂົາເຈົ້າໄດ້ເຮັດການອັດສະຈັນຈາກພະເຈົ້າໃຫ້ຄົນເຫຼົ່ານັ້ນເຫັນ.
ເຂົາເຈົ້າໄດ້ເຮັດການອັດສະຈັນຈາກເພິ່ນໃນແຜ່ນດິນຂອງຮາມ.+
28 ເພິ່ນໄດ້ສົ່ງຄວາມມືດມາແລະແຜ່ນດິນກໍມືດ.+
ເຂົາເຈົ້າເຊື່ອຟັງຄຳເວົ້າຂອງເພິ່ນ.
29 ເພິ່ນໄດ້ເຮັດໃຫ້ນ້ຳຂອງເຂົາເຈົ້າກາຍເປັນເລືອດ
ແລະເຮັດໃຫ້ປາຕາຍ.+
30 ເພິ່ນໄດ້ເຮັດໃຫ້ແຜ່ນດິນຂອງເຂົາເຈົ້າເຕັມແຕ່ຝູງກົບ.+
ຂະໜາດຫ້ອງຢູ່ໃນວັງກໍຍັງມີກົບເຂົ້າໄປ.
31 ເພິ່ນສັ່ງໃຫ້ຝູງເຫຼືອກເຂົ້າໄປໃນແຜ່ນດິນຂອງເຂົາເຈົ້າ
ແລະໃຫ້ມີຝູງຮີ້ນໄປຢູ່ທົ່ວເຂດຂອງເຂົາເຈົ້າ.+
33 ເພິ່ນເຮັດໃຫ້ຕົ້ນໝາກລະແຊັງແລະຕົ້ນໝາກເດື່ອຂອງເຂົາເຈົ້າຕາຍ
ແລະທຳລາຍຕົ້ນໄມ້ທີ່ຢູ່ໃນເຂດຂອງເຂົາເຈົ້າ.
34 ເພິ່ນສັ່ງໃຫ້ຝູງຕັກກະແຕນເຂົ້າໄປໃນແຜ່ນດິນຂອງເຂົາເຈົ້າ.
ຕັກກະແຕນກໍມີບັກຫຼາຍໆຈົນນັບບໍ່ຫຼ້ອນ.+
35 ພວກມັນກິນພືດຜັກໃນແຜ່ນດິນ
ແລະພວກມັນກໍກິນຜົນລະປູກຈາກດິນ.
36 ແລ້ວເພິ່ນໄດ້ຂ້າລູກຊາຍຜູ້ທຳອິດໃນແຜ່ນດິນຂອງເຂົາເຈົ້າ+
ເຊິ່ງເປັນຜົນງານທຳອິດຈາກພະລັງຂອງເຂົາເຈົ້າ.
-