-
2 ຂ່າວຄາວ 36:17-19ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ເພິ່ນຈຶ່ງໃຫ້ກະສັດຂອງພວກການເດອາ+ມາຂ້າຄົນໜຸ່ມດ້ວຍດາບ+ໃນວິຫານຂອງເຂົາເຈົ້າ.+ ລາວບໍ່ອີ່ຕົນຜູ້ບ່າວຜູ້ສາວ ຜູ້ເຖົ້າຫຼືຄົນທີ່ເຈັບປ່ວຍ.+ ພະເຈົ້າໄດ້ມອບທຸກສິ່ງທຸກຢ່າງໄວ້ໃນມືກະສັດຂອງພວກການເດອາ.+ 18 ເຄື່ອງໃຊ້ທຸກຢ່າງທັງອັນນ້ອຍອັນໃຫຍ່ທີ່ຢູ່ໃນວິຫານຂອງພະເຈົ້າທ່ຽງແທ້ກັບຊັບສົມບັດທີ່ຢູ່ໃນວິຫານຂອງພະເຢໂຫວາ ແລະຊັບສົມບັດຂອງກະສັດກັບຂອງພວກເຈົ້ານາຍ ລາວໄດ້ເອົາໄປບາບີໂລນຈົນໝົດ.+ 19 ລາວຈູດວິຫານຂອງພະເຈົ້າທ່ຽງແທ້+ ທຳລາຍກຳແພງເມືອງເຢຣູຊາເລັມ+ ຈູດປ້ອມທັງໝົດ ແລະທຳລາຍທຸກສິ່ງທີ່ມີຄ່າ.+
-
-
ເຢເຣມີຢາ 52:13ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ລາວໄດ້ຈູດວິຫານຂອງພະເຢໂຫວາ+ ວັງຂອງກະສັດ ເຮືອນທຸກຫຼັງໃນເມືອງເຢຣູຊາເລັມ ແລະເຮືອນຫຼັງໃຫຍ່ໆທຸກຫຼັງ.
-