-
ພະບັນຍັດ 28:37ຄຳພີໄບເບິນສະບັບແປໂລກໃໝ່
-
-
37 ເມື່ອພວກເຈົ້າໄປຮອດບ່ອນທີ່ພະເຢໂຫວາໄລ່ພວກເຈົ້າໄປນັ້ນ+ ຄົນທີ່ໄດ້ຍິນເລື່ອງຂອງພວກເຈົ້າກໍຈະຕົກສະເງີ້. ພວກເຂົາຈະຫົວຂວັນແລະເຍາະເຍີ້ຍພວກເຈົ້າ.
-
-
ເອເຊກຽນ 36:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ພູໃນອິດສະຣາເອນເອີ້ຍ ໃຫ້ຟັງສິ່ງທີ່ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າ. ນີ້ແມ່ນສິ່ງທີ່ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າກັບພູແລະໂນນພູ ເວົ້າກັບແມ່ນ້ຳແລະຮ່ອມພູ ເວົ້າກັບຊາກຫັກພັງທີ່ຖືກປະຖິ້ມໃຫ້ຮ້າງເປົ່າ+ ແລະເວົ້າກັບເມືອງຕ່າງໆເຊິ່ງຖືກຄົນທີ່ລອດຊີວິດໃນຊາດອື່ນໆທີ່ຢູ່ອ້ອມຂ້າງເວົ້າເຍາະເຍີ້ຍ ຖືກປຸ້ນເອົາເຄື່ອງໄປ ແລະຖືກຖິ້ມໃຫ້ຮ້າງເປົ່າ.+
-