ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 23:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ກ່ອນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຮອດ​ພວກ​ສັດຕູ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານຫຼາຍ*+ ແລະ​ຈະ​ເຮັດ​ໃຫ້​ພວກ​ຮີວີ ພວກ​ການາອານ ແລະ​ພວກ​ເຮດ​ໜີ​ໄປ​ຈາກ​ພວກ​ເຈົ້າ.+

  • ອົບພະຍົບ 23:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ເຮົາ​ຈະ​ໄລ່​ພວກ​ເຂົາ​ອອກ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ຈົນ​ກວ່າ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈະ​ເພີ່ມ​ຂຶ້ນ ແລະ​ປົກຄອງ​ແຜ່ນດິນ​ນັ້ນ​ໄດ້.+

  • ໂຢຊວຍ 24:12, 13
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຮົາ​ເຮັດ​ໃຫ້​ພວກ​ເຂົາຢ້ານ​ພວກ​ເຈົ້າກ່ອນ​ແລ້ວ. ພວກເຂົາ​ຈຶ່ງ​ໜີ​ໄປ​ຈາກພວກ​ເຈົ້າ​+ຄື​ກັບກະສັດ 2 ອົງ​ຂອງຄົນ​ອາໂມ. ພວກ​ເຈົ້າ​ຊະນະ​ພວກ​ເຂົາ ບໍ່​ແມ່ນ​ຍ້ອນ​ດາບ​ແລະ​ທະນູ​ຂອງ​ພວກ​ເຈົ້າ.+ 13 ເຮົາ​ໃຫ້​ພວກ​ເຈົ້າ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ບຸກ​ເບີກ ແລະ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ສ້າງ.+ ພວກ​ເຈົ້າ​ໄດ້​ກິນ​ໝາກ​ລະແຊັງ​ແລະ​ໝາກກອກ​ຈາກ​ສວນ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ປູກ.’+

  • 1 ກະສັດ 4:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ ພວກ​ຢູດາ​ແລະ​ພວກ​ອິດສະຣາເອນ​ໄດ້​ຢູ່​ຢ່າງ​ປອດໄພ. ທຸກ​ຄົນ​ນັ່ງ​ຢູ່​ກ້ອງ​ເຄືອ​ໝາກ​ລະແຊັງ​ຂອງ​ໂຕເອງ​ແລະ​ຢູ່​ກ້ອງ​ຕົ້ນ​ໝາກ​ເດື່ອ​ຂອງ​ໂຕເອງ​ຕັ້ງ​ແຕ່​ເມືອງ​ດານ​ຈົນ​ຮອດ​ເມືອງ​ເບເອເຊບາ.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌