19 ໃນຕອນກາງເວັນເຈົ້າຈະບໍ່ຕ້ອງໃຫ້ຕາເວັນເປັນແສງສະຫວ່າງໃຫ້ເຈົ້າ
ແລະໃນຕອນກາງຄືນເຈົ້າຈະບໍ່ຕ້ອງໃຫ້ເດືອນສ່ອງແສງໃຫ້ເຈົ້າ
ຍ້ອນພະເຢໂຫວາຈະເປັນແສງສະຫວ່າງໃຫ້ເຈົ້າຕະຫຼອດໄປ.+
ພະເຈົ້າຂອງເຈົ້າຈະສ່ອງແສງໃສ່ເຈົ້າແລະເຮັດໃຫ້ເຈົ້າງົດງາມ.+
20 ຕາເວັນຂອງເຈົ້າຈະບໍ່ຕົກດິນຈັກເທື່ອ
ແລະເດືອນຂອງເຈົ້າຈະສ່ອງແສງຕະຫຼອດ
ຍ້ອນພະເຢໂຫວາຈະເປັນແສງສະຫວ່າງໃຫ້ເຈົ້າສະເໝີ+
ແລະມື້ທີ່ເຈົ້າຕ້ອງໂສກເສົ້າເສຍໃຈກໍຈະບໍ່ມີອີກຕໍ່ໄປ.+