12 ຕໍ່ໄປນີ້ແມ່ນກະສັດຕ່າງໆທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ພວກອິດສະຣາເອນໄດ້ເອົາຊະນະແລະຍຶດແຜ່ນດິນຂອງພວກເຂົາ. ກະສັດເຫຼົ່ານີ້ເຄີຍປົກຄອງຕັ້ງແຕ່ຮ່ອມພູອາໂນນ+ໄປຈົນຮອດພູເຮີໂມນ+ ແລະປົກຄອງຟາກທິດຕາເວັນອອກຂອງພູອາຣາບາທັງໝົດ.+