-
2 ຊາມູເອນ 15:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ອັບຊາໂລມຕື່ນແຕ່ເຊົ້າໆແລະອອກໄປຢືນຢູ່ແຄມທາງໃນຫົນທາງທີ່ໄປປະຕູເມືອງ.+ ເມື່ອຄົນມີເລື່ອງຮ້ອງຟ້ອງແລະມາຂໍໃຫ້ກະສັດຕັດສິນ+ ອັບຊາໂລມກໍຈະເອີ້ນຜູ້ນັ້ນມາຖາມວ່າ: “ເຈົ້າມາແຕ່ເມືອງໃດ?” ຜູ້ນັ້ນກໍຕອບວ່າ: “ຜູ້ຮັບໃຊ້ຂອງທ່ານມາຈາກຕະກູນໜຶ່ງຂອງອິດສະຣາເອນ.” 3 ອັບຊາໂລມຈະເວົ້າກັບຜູ້ນັ້ນວ່າ: “ເລື່ອງທີ່ເຈົ້າມາຂໍໃຫ້ຕັດສິນນັ້ນມີເຫດຜົນແລະຖືກຕ້ອງ ແຕ່ບໍ່ມີຕົວແທນຂອງກະສັດມາຟັງເລື່ອງຂອງເຈົ້າເລີຍ.”
-
-
ເພງສັນລະເສີນ 31:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ຂໍໃຫ້ຄົນທີ່ເວົ້າຕົວະເວົ້າຫຍັງບໍ່ອອກ.+
ຂໍໃຫ້ຄົນທີ່ເວົ້າຈອງຫອງແລະດູຖູກຄົນທີ່ເຮັດສິ່ງທີ່ຖືກຕ້ອງເວົ້າຫຍັງບໍ່ໄດ້ຄືກັນ.
-