-
2 ຊາມູເອນ 22:8-16ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ແຜ່ນດິນເລີ່ມສັ່ນໄປສັ່ນມາ+
ຮາກຖານຂອງສະຫວັນສັ່ນສະເທືອນ+
ແລະໄກວໄປໄກວມາຍ້ອນວ່າພະອົງໃຈຮ້າຍ.+
10 ຕອນທີ່ພະອົງລົງມາ ພະອົງຢຽບຂີ້ເຝື້ອໃຫ້ຕ່ຳລົງ+
ແລະກ້ອນຂີ້ເຝື້ອທີ່ໜາໆຢູ່ກ້ອງຕີນຂອງພະອົງ.+
11 ພະອົງຂີ່ທູດສະຫວັນ*+ແລະບິນມາ.
ພະອົງຢູ່ເທິງປີກຂອງທູດສະຫວັນ.+
12 ພະອົງເອົາຄວາມມືດມາບັງອ້ອມພະອົງໄວ້+
ແລະໄດ້ເອົານ້ຳກັບກ້ອນຂີ້ເຝື້ອດຳໆອ້ອມພະອົງອີກ.
13 ແສງສະຫວ່າງທີ່ມາຈາກພະອົງເຮັດໃຫ້ຖ່ານໄຟລຸກແຮງ.
-