ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 3:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເຂົາ​ເຈົ້າ​ສະຫຼັບ​ກັນ​ຮ້ອງ​ເພງ+​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ+​ຕໍ່​ພວກ​ອິດສະຣາເອນ.” ຈາກ​ນັ້ນ ປະຊາຊົນ​ທຸກ​ຄົນ​ກໍ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ຍ້ອນ​ເຂົາ​ເຈົ້າ​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ​ໆ​.

  • ເພງສັນລະເສີນ 106:47
    ຄຳພີໄບເບິນສະບັບແປໂລກໃໝ່
    • 47 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ພວກເຮົາ​ໃຫ້​ລອດ+

      ແລະ​ລວບລວມ​ພວກເຮົາ​ຈາກ​ຊາດ​ຕ່າງ​ໆ​+

      ເພື່ອ​ພວກເຮົາ​ຈະ​ໄດ້​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ພະອົງ

      ແລະ​ຍົກ​ຍ້ອງ​ສັນລະເສີນ​ພະອົງ​ດ້ວຍ​ຄວາມ​ຍິນດີ.+

  • ເອຊາຢາ 49:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ໃຫ້​ທ້ອງຟ້າ​ຮ້ອງ​ດ້ວຍ​ຄວາມ​ດີໃຈ ແລະ​ໃຫ້​ແຜ່ນດິນ​ເບີກບານ​ມ່ວນຊື່ນ.+

      ໃຫ້​ພູ​ຕ່າງ​ໆ​ຮ້ອງ​ຢ່າງ​ມີ​ຄວາມ​ສຸກ.+

      ຍ້ອນ​ພະ​ເຢໂຫວາ​ໄດ້​ປອບໂຍນ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+

      ແລະ​ເພິ່ນ​ໄດ້​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ທີ່​ທຸກຍາກ​ລຳບາກ​ຫຼາຍ.+

  • ເຢເຣມີຢາ 31:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຂົາ​ເຈົ້າ​ຈະ​ມາ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຢູ່​ເທິງ​ພູ​ຊີໂອນ.+

      ເຂົາ​ເຈົ້າ​ຈະ​ມີ​ແຕ່​ຄວາມ​ຍິນດີ ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ

      ຍ້ອນ​ເຂົ້າ ນ້ຳມັນ ແລະ​ເຫຼົ້າແວງ​ໃໝ່+

      ແລະ​ຍ້ອນ​ແກະ​ນ້ອຍ​ກັບ​ງົວ​ນ້ອຍ.+

      ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ສວນ​ທີ່​ຖືກ​ຫົດນ້ຳ​ຕະຫຼອດ+

      ແລະ​ເຂົາ​ເຈົ້າ​ຈະ​ບໍ່​ໝົດ​ແຮງ​ອີກ​ເລີຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌