-
ເອຊາຢາ 9:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ພະອົງເຮັດໃຫ້ຄົນໃນຊາດນີ້ເພີ່ມຂຶ້ນ.
ພະອົງເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍ.
ພະອົງເຫັນເຂົາເຈົ້າມີຄວາມສຸກ
ຄືກັບຄົນທີ່ມີຄວາມສຸກໃນຍາມເກັບກ່ຽວ
ແລະຄືກັບຄົນທີ່ມີຄວາມສຸກທີ່ໄດ້ແບ່ງປັນເຄື່ອງທີ່ຍຶດມາໄດ້ໃຫ້ຄົນອື່ນ.
-
-
ເອຊາຢາ 61:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
61 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອົາພະລັງຂອງເພິ່ນໃຫ້ຂ້ອຍ.+
ພະເຢໂຫວາແຕ່ງຕັ້ງຂ້ອຍໃຫ້ປະກາດຂ່າວດີກັບຄົນຖ່ອມ.+
ເພິ່ນໃຫ້ຂ້ອຍປິ່ນປົວຄົນທີ່ຫົວໃຈແຕກສະຫຼາຍ
ໃຫ້ປະກາດເລື່ອງການປົດປ່ອຍກັບພວກຊະເລີຍ
ແລະໃຫ້ປະກາດວ່າພວກນັກໂທດຈະເຫັນຮຸ່ງອີກເທື່ອໜຶ່ງ.+
2 ເພິ່ນໃຫ້ຂ້ອຍປະກາດວ່າເວລາທີ່ພະເຢໂຫວາຈະສະແດງຄວາມເມດຕາ*ຕໍ່ຄົນຖ່ອມ
ແລະເວລາທີ່ພະເຈົ້າຈະແກ້ແຄ້ນສັດຕູຂອງເພິ່ນມາຮອດແລ້ວ.+
ເພິ່ນໃຫ້ຂ້ອຍປອບໂຍນຄົນທີ່ໂສກເສົ້າ+
3 ແລະໃຫ້ເບິ່ງແຍງຄົນທີ່ໂສກເສົ້າເສຍໃຈໃນສິ່ງທີ່ເກີດຂຶ້ນກັບຊີໂອນ.
ເພິ່ນໃຫ້ຂ້ອຍເອົາຄວາມສຸກທີ່ເປັນຄືກັບຜ້າຄຽນຫົວມາແທນຂີ້ເທົ່າ
ໃຫ້ເອົາຄວາມຍິນດີທີ່ເປັນຄືກັບນ້ຳມັນມາແທນຄວາມໂສກເສົ້າ
ແລະໃຫ້ເອົາຄຳຊົມເຊີຍທີ່ເປັນຄືກັບເຄື່ອງນຸ່ງມາແທນຄວາມທໍ້ໃຈ.
-