-
1 ກະສັດ 8:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ພະເຢໂຫວາພະເຈົ້າຂອງອິດສະຣາເອນ ຂໍໃຫ້ພະອົງເຮັດຕາມຄຳສັນຍາທີ່ເຮັດກັບດາວິດພໍ່ຂອງລູກທີ່ວ່າ ‘ຖ້າລູກຫຼານຂອງເຈົ້າໃຊ້ຊີວິດຢູ່ໃນແນວທາງຂອງເຮົາຄືກັບທີ່ເຈົ້າໄດ້ເຮັດ +ກໍຈະມີແຕ່ລູກຫຼານຂອງເຈົ້າປົກຄອງອິດສະຣາເອນຕະຫຼອດໄປ.’
-
-
ເຢເຣມີຢາ 33:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 “ພະເຢໂຫວາບອກວ່າ ‘ຄືກັບທີ່ເຈົ້າບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບກາງເວັນແລະສັນຍາທີ່ເຮົາເຮັດໄວ້ກັບກາງຄືນ ແລະບໍ່ສາມາດຫ້າມບໍ່ໃຫ້ກາງເວັນກັບກາງຄືນມາກົງເວລາຂອງພວກມັນ+ 21 ເຈົ້າກໍບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ+ ບໍ່ສາມາດຫ້າມບໍ່ໃຫ້ມີເຊື້ອສາຍຂອງລາວປົກຄອງເທິງບັນລັງ+ ແລະກໍບໍ່ສາມາດຍົກເລີກສັນຍາທີ່ເຮົາເຮັດໄວ້ກັບພວກປະໂລຫິດຕະກູນເລວີທີ່ເປັນຜູ້ຮັບໃຊ້ຂອງເຮົາຄືກັນ.+
-
-
ກິດຈະການ 13:22, 23ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ຫຼັງຈາກພະເຈົ້າປົດຊາອູນແລ້ວ ເພິ່ນກໍຕັ້ງດາວິດໃຫ້ເປັນກະສັດ.+ ເພິ່ນຢືນຢັນກ່ຽວກັບດາວິດວ່າ ‘ເຮົາເຫັນວ່າດາວິດລູກຊາຍຂອງເຢຊີ+ເປັນຄົນທີ່ເຮົາພໍໃຈ.+ ລາວຈະເຮັດທຸກຢ່າງຕາມທີ່ເຮົາຕ້ອງການ.’ 23 ຈາກລູກຫຼານຂອງດາວິດນິແຫຼະ ພະເຈົ້າໃຫ້ຊາດອິດສະຣາເອນມີຜູ້ຊ່ວຍໃຫ້ລອດຕາມທີ່ເພິ່ນສັນຍາໄວ້ ແລະຜູ້ນັ້ນແມ່ນພະເຢຊູ.+
-