-
ດານີເອນ 9:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ໃນປີທຳອິດທີ່ດາຣິອຸດປົກຄອງ ຂ້ອຍດານີເອນໄດ້ຄົ້ນຄວ້າປຶ້ມຕ່າງໆ*ແລະເຂົ້າໃຈກ່ຽວກັບຈຳນວນປີທີ່ເມືອງເຢຣູຊາເລັມຈະຮ້າງເປົ່າ. ເລື່ອງນີ້ເປັນໄປຕາມຄຳເວົ້າທີ່ພະເຢໂຫວາບອກຜ່ານທາງຜູ້ພະຍາກອນເຢເຣມີຢາທີ່ວ່າ ເມືອງເຢຣູຊາເລັມຈະຮ້າງເປົ່າ+ເປັນເວລາ 70 ປີ.+ 3 ເມື່ອເຂົ້າໃຈເລື່ອງນີ້ ຂ້ອຍຈຶ່ງຂໍໃຫ້ພະເຢໂຫວາພະເຈົ້າທ່ຽງແທ້ຊ່ວຍ. ຂ້ອຍອະທິດຖານອ້ອນວອນ ອົດເຂົ້າ+ ນຸ່ງຜ້າເນື້ອຫຍາບ ແລະເອົາຂີ້ເທົ່າໂຮຍໃສ່ຕົນໂຕ.
-