-
ເຢເຣມີຢາ 49:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າກ່ຽວກັບເອໂດມວ່າ:
“ບໍ່ມີຄົນສະຫຼາດຢູ່ເຕມານແລ້ວບໍ?+
ຄຳແນະນຳດີໆຈາກຄົນທີ່ມີຄວາມເຂົ້າໃຈບໍ່ມີແລ້ວບໍ?
ສະຕິປັນຍາຂອງເຂົາເຈົ້າໃຊ້ບໍ່ໄດ້ແລ້ວບໍ?
-
-
ເອເຊກຽນ 25:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເອໂດມໄດ້ແກ້ແຄ້ນພວກຢູດາ ເຂົາເຈົ້າຈຶ່ງມີຄວາມຜິດຫຼາຍທີ່ເຮັດແບບນັ້ນ.+
-
-
ໂອບາດີຢາ 10-13ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ຍ້ອນເຈົ້າເຮັດຕໍ່ຢາໂຄບນ້ອງຂອງເຈົ້າແບບໂຫດຮ້າຍ+
ເຈົ້າຈະຖືກເຮັດໃຫ້ອັບອາຍ+
ແລະຈະຖືກທຳລາຍຕະຫຼອດໄປ.+
11 ໃນມື້ທີ່ສັດຕູ*ຈັບທະຫານຂອງນ້ອງເຈົ້າໄປເປັນຊະເລີຍ+
ແລະຕອນທີ່ຄົນຕ່າງຊາດເຂົ້າໄປໃນເມືອງແລະຈົກສະຫຼາກ+ແບ່ງເຄື່ອງຂອງຢູ່ເຢຣູຊາເລັມ
ເຈົ້າພັດຢືນເບິ່ງຢູ່ຊື່ໆ
ແລະເຮັດຄືກັບເຂົາເຈົ້າ.
-