47 ພະເຢໂຫວາຜູ້ມີຊີວິດຢູ່ ພະອົງເປັນຫີນຜາຂອງລູກ.+ ລູກຂໍສັນລະເສີນພະອົງ.
ພະເຈົ້າທີ່ເປັນຫີນຜາທີ່ຊ່ວຍຊີວິດລູກໃຫ້ລອດ ຂໍໃຫ້ພະອົງໄດ້ຮັບການຍົກຍ້ອງ.+
48 ພະເຈົ້າທ່ຽງແທ້ແກ້ແຄ້ນແທນລູກ.+
ພະອົງໃຫ້ພວກສັດຕູຢູ່ພາຍໃຕ້ອຳນາດລູກ.+
49 ພະອົງຊ່ວຍລູກໃຫ້ລອດຈາກພວກສັດຕູ.
ພະອົງຍົກລູກໃຫ້ສູງຂຶ້ນ+ຈົນຜູ້ທີ່ມາໂຈມຕີລູກຢື້ບໍ່ເຖິງ.
ພະອົງປົກປ້ອງລູກຈາກຄົນທີ່ຮຸນແຮງ.+