ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 17:45, 46
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ດາວິດ​ຕອບ​ໂກລີອາດ​ວ່າ: “ເຈົ້າ​ມາ​ຕໍ່ສູ້​ກັບ​ຂ້ອຍ​ດ້ວຍ​ດາບ​ແລະ​ຫອກ​ສັ້ນ​ຫອກ​ຍາວ.+ ແຕ່​ຂ້ອຍ​ມາ​ຕໍ່ສູ້​ກັບ​ເຈົ້າ​ໃນນາມຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ+ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ເຈົ້າ​ໄດ້​ທ້າ.+ 46 ມື້​ນີ້​ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ຊະນະ​ເຈົ້າ.+ ຂ້ອຍ​ຈະ​ຂ້າເຈົ້າ​ແລະ​ຕັດ​ຫົວ​ເຈົ້າ. ມື້​ນີ້​ແຫຼະ​ຂ້ອຍ​ຈະ​ເອົາ​ສົບ​ຂອງ​ພວກ​ທະຫານ​ຟີລິດສະຕີນ​ໃຫ້​ນົກ​ແລະ​ສັດ​ປ່າກິນ. ຄົນ​ໝົດ​ໂລກ​ຈະ​ຮູ້​ວ່າ​ພະເຈົ້າ​ທ່ຽງແທ້ຢູ່​ກັບ​ພວກ​ອິດສະຣາເອນ.+

  • 2 ຊາມູເອນ 21:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພວກ​ຟີລິດສະຕີນ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ອິດສະຣາເອນ​ອີກ​ເທື່ອ​ໜຶ່ງ.+ ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຈຶ່ງ​ໄປ​ຕໍ່ສູ້​ພວກ​ຟີລິດສະຕີນ ແຕ່​ດາວິດ​ເມື່ອຍ​ຫຼາຍ.

  • 2 ຊາມູເອນ 21:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ອາບີຊາຍ+ລູກ​ຊາຍ​ຂອງ​ເຊຣູຢາ​ກໍ​ມາ​ຊ່ວຍ​ດາວິດ​ທັນທີ+ ແລະ​ຂ້າ​ຄົນ​ຟີລິດສະຕີນ​ຜູ້​ນັ້ນ​ຕາຍ. ຈາກ​ນັ້ນ ພວກ​ທະຫານ​ຂອງ​ດາວິດ​ສາບານ​ກັບ​ລາວ​ວ່າ: “ພວກ​ເຮົາ​ບໍ່​ຢາກ​ໃຫ້​ແສງ​ຕະກຽງ​ຂອງ​ອິດສະຣາເອນມອດ.*+ ດັ່ງນັ້ນ ນັບ​ຕັ້ງ​ແຕ່​ນີ້​ໄປ ພວກ​ເຮົາ​ຈະ​ບໍ່​ໃຫ້​ທ່ານ​ອອກ​ໄປ​ຕໍ່ສູ້​ນຳ​ກັນ​ກັບ​ພວກ​ເຮົາອີກ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌