-
ຈົດເຊັນບັນຊີ 20:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ແລ້ວພະເຢໂຫວາກໍເວົ້າກັບໂມເຊແລະອາໂຣນວ່າ: “ຍ້ອນພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ ແລະບໍ່ໄດ້ໃຫ້ກຽດເຮົາຕໍ່ໜ້າພວກອິດສະຣາເອນ ພວກເຈົ້າຊິບໍ່ໄດ້ພາຄົນພວກນີ້ເຂົ້າໄປໃນແຜ່ນດິນທີ່ເຮົາຊິເອົາໃຫ້ເຂົາເຈົ້າ.”+
-
-
2 ຊາມູເອນ 12:9-11ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ເປັນຫຍັງເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາແລະເຮັດສິ່ງທີ່ເພິ່ນເບິ່ງວ່າຊົ່ວ? ເຈົ້າຂ້າອູຣີຢາຄົນເຮດ.+ ເຈົ້າສົ່ງລາວໄປໃຫ້ພວກອຳໂມນຂ້າ+ ແລ້ວເອົາເມຍຂອງລາວມາເປັນເມຍຂອງເຈົ້າ.+ 10 ຕັ້ງແຕ່ນີ້ເປັນຕົ້ນໄປ ຄົນໃນຄອບຄົວຂອງເຈົ້າຈະຕ້ອງຖືກຂ້າຕາຍຢ່າງໂຫດຫ້ຽມ*+ ຍ້ອນເຈົ້າບໍ່ເຊື່ອຟັງເຮົາໂດຍເອົາເມຍຂອງອູຣີຢາຄົນເຮດມາເປັນເມຍຂອງເຈົ້າ.’ 11 ພະເຢໂຫວາບອກວ່າ ‘ເຮົາຈະໃຫ້ຄອບຄົວຂອງເຈົ້າເຈິຄວາມຫຍຸ້ງຍາກລຳບາກ+ ແລະເຈົ້າຈະເຫັນເລື່ອງນີ້ກັບຕາໂຕເອງ. ເຮົາຈະເອົາພວກເມຍຂອງເຈົ້າໄປໃຫ້ຜູ້ຊາຍຄົນອື່ນ+ ແລະລາວຈະນອນກັບພວກເມຍຂອງເຈົ້າຕໍ່ໜ້າຄົນອື່ນ.+
-