-
ປັນຍາຈານ 2:4-8ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຂ້ອຍເຮັດວຽກທີ່ຍິ່ງໃຫຍ່ຫຼາຍຢ່າງ.+ ຂ້ອຍສ້າງວັງໃຫ້ໂຕເອງຫຼາຍຫຼັງ+ແລະເຮັດສວນໝາກລະແຊັງຫຼາຍບ່ອນ.+ 5 ຂ້ອຍສ້າງສວນຫຼາຍບ່ອນໃຫ້ໂຕເອງແລະປູກຕົ້ນໄມ້ກິນໝາກທຸກຊະນິດ. 6 ຂ້ອຍສ້າງສະນ້ຳຫຼາຍສະເພື່ອຫົດເບ້ຍໄມ້ຕ່າງໆໃນປ່າຂອງຂ້ອຍ. 7 ຂ້ອຍມີຄົນຮັບໃຊ້ທັງຜູ້ຊາຍແລະຜູ້ຍິງ+ ແລະຂ້ອຍກໍມີຄົນຮັບໃຊ້ທີ່ເກີດຢູ່ໃນເຮືອນຂອງຂ້ອຍ. ຂ້ອຍຊື້ຝູງສັດບັກຫຼາຍໆ ທັງຝູງງົວ ຝູງແກະ ແລະຝູງແບ້.+ ຂ້ອຍມີຝູງສັດຫຼາຍກວ່າຄົນທີ່ເຄີຍຢູ່ໃນເມືອງເຢຣູຊາເລັມກ່ອນຂ້ອຍ. 8 ຂ້ອຍສະສົມເງິນຄຳສຳລັບໂຕເອງ+ເຊິ່ງເປັນຊັບສົມບັດ*ທີ່ຂ້ອຍໄດ້ມາຈາກພວກກະສັດແລະຈາກແຂວງຕ່າງໆ.+ ຂ້ອຍມີນັກຮ້ອງຊາຍຍິງຫຼາຍຄົນແລະຂ້ອຍກໍມີສິ່ງທີ່ເຮັດໃຫ້ມະນຸດມ່ວນຫຼາຍເຊິ່ງກໍຄືຜູ້ຍິງ. ຂ້ອຍມີເມຍ*ຫຼາຍຄົນ.
-