ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 30:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 “ໃຫ້​ກຽມ​ເຄື່ອງ​ຫອມ​ທີ່​ດີ​ທີ່​ສຸດ​ຕໍ່​ໄປ​ນີ້: ມົດຍອບ*​ທີ່​ແຂງແລ້ວ​ໜັກ 500 ເຊເກນ* ອົບເຊີຍ​ຫອມ*​ໜັກ 250 ເຊເກນ* ໄມ້​ອໍ້​ຫອມ​ໜັກ 250 ເຊເກນ

  • ອົບພະຍົບ 30:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ແລ້ວ​ເອົາ​ທຸກ​ຢ່າງ​ມາ​ປະສົມ​ກັນ​ເພື່ອ​ເຮັດ​ເປັນ​ນ້ຳມັນ​ບໍລິສຸດ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.+ ໃຫ້​ປະສົມ​ສ່ວນ​ປະກອບ​ເຫຼົ່າ​ນີ້​ຄືກັບ​ວິທີ​ເຮັດ​ນ້ຳຫອມ. ນີ້​ແມ່ນ​ນ້ຳມັນ​ບໍລິສຸດ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.

  • ເອັດສະເທີ 2:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ຫຼັງ​ຈາກ​ບຳລຸງ​ຄວາມ​ງາມ​ຈົນ​ຄົບ 12 ເດືອນ​ແລ້ວ ຈະ​ມີ​ມື້​ກຳນົດ​ໄວ້​ສຳລັບ​ຜູ້ສາວ​ແຕ່​ລະ​ຄົນ​ວ່າ​ລາວ​ຈະ​ໄດ້​ເຂົ້າ​ພົບ​ກະສັດ​ອາຫະສຸເອຣັດ​ມື້​ໃດ. ໃນ 1 ປີ​ທີ່​ເຂົາເຈົ້າ​ບຳລຸງ​ຄວາມ​ງາມ* ເຂົາເຈົ້າ​ໃຊ້​ນ້ຳມັນ​ມົດຍອບ*+ 6 ເດືອນ​ແລະ​ໃຊ້​ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ+​ແລະ​ນ້ຳມັນ​ຊະນິດ​ອື່ນ​ໆ​ອີກ 6 ເດືອນ.

  • ເພງສັນລະເສີນ 45:8
    ຄຳພີໄບເບິນສະບັບແປໂລກໃໝ່
    •  8 ເຄື່ອງນຸ່ງ​ທັງໝົດ​ຂອງ​ເຈົ້າ​ມີ​ກິ່ນ​ຫອມ​ຂອງ​ມົດຍອບ* ໄມ້​ເກດສະໜາ ແລະ​ແຄັດເຊຍ.*

      ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ຢູ່​ໃນ​ວັງ​ງາຊ້າງ​ທີ່​ຍິ່ງໃຫຍ່​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ມ່ວນຊື່ນ​ຫຼາຍ.

  • ເພງຂອງໂຊໂລໂມນ 4:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 “ຕອນ​ທີ່​ຍັງ​ມີ​ລົມ​ພັດ​ຄ່ອຍ​ໆ​ແລະ​ຍັງບໍ່​ທັນ​ແຈ້ງ

      ຂ້ອຍ​ຈະ​ໄປ​ໂນນ​ພູ​ມົດຍອບ

      ແລະ​ຈະ​ໄປ​ໂນນ​ພູ​ກຳຍານ.”+

  • ເພງຂອງໂຊໂລໂມນ 5:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ແກ້ມ​ຂອງ​ລາວ​ເປັນ​ຄື​ກັບ​ໜານ​ຕົ້ນ​ເຄື່ອງ​ເທດ+

      ແລະ​ເປັນ​ຄື​ກັບ​ໂນນ​ທີ່​ປູກ​ສະໝຸນໄພ​ຫອມ​ໆ​.

      ປາກ​ຂອງ​ລາວ​ເປັນ​ຄື​ກັບ​ດອກ​ລິນລີ້​ທີ່​ມີ​ນ້ຳມັນ​ມົດຍອບ​ຍ້ອຍ​ລົງ​ມາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌