6 ພະເຢໂຫວາຜູ້ບັນຊາການກອງທັບ
ຜູ້ໄຖ່+ແລະກະສັດຂອງອິດສະຣາເອນ+ ພະເຢໂຫວາເວົ້າວ່າ
‘ເຮົາເປັນຜູ້ທຳອິດແລະເປັນຜູ້ສຸດທ້າຍ+
ບໍ່ມີພະເຈົ້າອື່ນນອກຈາກເຮົາ.+
7 ມີໃຜແດ່ທີ່ເຮັດໄດ້ຄືເຮົາ?+
ໃຫ້ລາວເວົ້າໂລດແລະພິສູດໃຫ້ເຮົາເຫັນ!+
ຕັ້ງແຕ່ສະໄໝແຕ່ກີ້ທີ່ເຮົາໄດ້ຕັ້ງຊາດໜຶ່ງຂຶ້ນມາ
ເຄີຍມີໃຜບໍທີ່ເຮັດໄດ້ຄືເຮົາ
ແລະບອກສິ່ງທີ່ຈະເກີດຂຶ້ນໃນອະນາຄົດໄດ້?