-
ເອຊາຢາ 60:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເງີຍໜ້າຂຶ້ນແລະແນມເບິ່ງອ້ອມຂ້າງເຈົ້າແມ້!
ເຂົາເຈົ້າທັງໝົດມາລວມກັນແລ້ວແລະກຳລັງມາຫາເຈົ້າ.
-
-
ເອຊາຢາ 66:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ເຂົາເຈົ້າຈະພາອ້າຍນ້ອງຂອງເຈົ້າທຸກຄົນອອກມາຈາກຊາດຕ່າງໆ+ເພື່ອເປັນເຄື່ອງຂອງທີ່ຈະມອບໃຫ້ພະເຢໂຫວາ ຄືກັບທີ່ຄົນອິດສະຣາເອນເອົາເຄື່ອງຂອງຂອງເຂົາເຈົ້າໃສ່ໃນເຄື່ອງໃຊ້ທີ່ສະອາດເຂົ້າໄປໃນວິຫານຂອງພະເຢໂຫວາ. ເຂົາເຈົ້າຈະຂີ່ມ້າ ຂີ່ລົດຮົບ ຂີ່ກວຽນທີ່ມີຫຼັງຄາ ຂີ່ລໍ* ແລະຂີ່ອູດຂຶ້ນໄປເທິງພູບໍລິສຸດຂອງເຮົາໃນເມືອງເຢຣູຊາເລັມ.” ພະເຢໂຫວາເວົ້າຈັ່ງຊີ້.
-