-
ເອຊາຢາ 59:7, 8ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ຕີນຂອງເຂົາເຈົ້າແລ່ນໄປເຮັດຊົ່ວ
ແລະຟ້າວໄປຂ້າຄົນທີ່ບໍ່ມີຄວາມຜິດ.+
ເຂົາເຈົ້າຄິດຈະເຮັດແຕ່ແນວບໍ່ດີໃຫ້ຄົນອື່ນ
ແລະເຮັດໃຫ້ເກີດຄວາມຈິບຫາຍແລະຄວາມທຸກຕາມທາງທີ່ເຂົາເຈົ້າໄປ.+
8 ເຂົາເຈົ້າບໍ່ເຄີຍຮູ້ຈັກແນວທາງທີ່ສະຫງົບສຸກ
ແລະບໍ່ມີຄວາມຍຸຕິທຳໃນທາງທີ່ເຂົາເຈົ້າທຽວ.+
ເຂົາເຈົ້າເຮັດໃຫ້ທາງນັ້ນຄົດ
ແລະທຸກຄົນທີ່ທຽວທາງນັ້ນຈະບໍ່ຮູ້ຈັກຄວາມສະຫງົບສຸກ.+
-
-
ເຢເຣມີຢາ 35:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ເຮົາໄດ້ສົ່ງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າເທື່ອແລ້ວເທື່ອອີກ*+ເພື່ອບອກວ່າ ‘ຂໍໃຫ້ພວກເຈົ້າແຕ່ລະຄົນເຊົາເຮັດຊົ່ວ+ແລະໃຫ້ເຮັດສິ່ງທີ່ຖືກຕ້ອງ! ຢ່າໄປຮັບໃຊ້ແລະນະມັດສະການພະເຈົ້າອື່ນເພື່ອພວກເຈົ້າຈະໄດ້ຢູ່ໃນແຜ່ນດິນທີ່ເຮົາເອົາໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ.’+ ແຕ່ພວກເຈົ້າບໍ່ໄດ້ສົນໃຈແລະບໍ່ຟັງຄວາມເຮົາເລີຍ.
-