-
ເອຊາຢາ 12:1ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ໃນມື້ນັ້ນ ພວກເຈົ້າຈະເວົ້າວ່າ:
“ພະເຢໂຫວາ ພວກເຮົາຂອບໃຈພະອົງ.
ເຖິງພະອົງເຄີຍໃຈຮ້າຍໃຫ້ພວກເຮົາ
ແຕ່ຕອນນີ້ ພະອົງເຊົາໃຈຮ້າຍແລ້ວ. ຂອບໃຈທີ່ພະອົງປອບໂຍນພວກເຮົາ.+
-
-
ເຊຟານີຢາ 3:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ຄົນທີ່ຢູ່ຊີໂອນເອີ້ຍ ໃຫ້ໂຫ່ຮ້ອງດີໃຈ.
ອິດສະຣາເອນເອີ້ຍ ໃຫ້ໂຫ່ຮ້ອງດີໃຈທີ່ໄດ້ໄຊຊະນະ.+
ຄົນທີ່ຢູ່ເມືອງເຢຣູຊາເລັມເອີ້ຍ ໃຫ້ມີຄວາມມ່ວນຊື່ນແລະມີຄວາມສຸກຢ່າງເຕັມທີ.+
15 ພະເຢໂຫວາບໍ່ລົງໂທດເຈົ້າແລ້ວ.+
ເພິ່ນໄດ້ເຮັດໃຫ້ສັດຕູຂອງເຈົ້າຖອຍໜີໄປ.+
ພະເຢໂຫວາກະສັດຂອງອິດສະຣາເອນຢູ່ກັບເຈົ້າ.+
ເຈົ້າຈະບໍ່ຕ້ອງຢ້ານຄວາມຈິບຫາຍອີກຕໍ່ໄປ.+
-