-
ເອຊາຢາ 56:6, 7ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ສຳລັບຄົນຕ່າງຊາດທີ່ມາລວມກັນເພື່ອນະມັດສະການພະເຢໂຫວາ
ເຊິ່ງເປັນຄົນທີ່ຮັກຊື່ຂອງພະເຢໂຫວາ+
ເປັນຄົນທີ່ຢາກຮັບໃຊ້ເຮົາ
ເປັນຄົນທີ່ຖືວັນຊະບາໂຕແລະເຮັດໃຫ້ມື້ນັ້ນບໍລິສຸດ
ແລະເປັນຄົນທີ່ເຮັດຕາມສັນຍາຂອງເຮົາ
7 ເຮົາຈະພາເຂົາເຈົ້າມາພູບໍລິສຸດຂອງເຮົາ+
ແລະເຂົາເຈົ້າຈະມີຄວາມສຸກທີ່ໄດ້ຢູ່ໃນວິຫານສຳລັບການອະທິດຖານ.
ເຮົາຈະຮັບເອົາເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆທີ່ເຂົາເຈົ້າເອົາມາໃຫ້ຢູ່ເທິງແທ່ນບູຊາຂອງເຮົາ.
ວິຫານຂອງເຮົາຈະຖືກເອີ້ນວ່າວິຫານສຳລັບການອະທິດຖານຂອງຄົນທຸກຊາດ.”+
-
-
ເຊຄາຣີຢາ 8:22, 23ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ຄົນຈາກຊາດຕ່າງໆແລະຈາກປະເທດມະຫາອຳນາດຕ່າງໆຈະພາກັນມາຮັບໃຊ້ພະເຢໂຫວາຜູ້ບັນຊາການກອງທັບຢູ່ເມືອງເຢຣູຊາເລັມ+ ແລະມາຂໍໃຫ້ພະເຢໂຫວາອວຍພອນ.’
23 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ໃນມື້ນັ້ນຈະມີ 10 ຄົນຈາກທຸກຊາດທຸກພາສາ+ມາຈັບຍອຍເສື້ອຂອງຄົນຢິວ*ຜູ້ໜຶ່ງໄວ້ບັກແໜ້ນໆ ແລະເວົ້າວ່າ “ພວກເຮົາຢາກໄປນຳເຈົ້າ+ ຍ້ອນພວກເຮົາໄດ້ຍິນວ່າພະເຈົ້າຢູ່ນຳພວກເຈົ້າ.”’”+
-