-
ເຢເຣມີຢາ 25:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ຂ້ອຍຈຶ່ງໄປຫາທຸກຊາດທີ່ພະເຢໂຫວາສົ່ງຂ້ອຍໄປ ແລ້ວເອົາຈອກນັ້ນຈາກມືຂອງພະເຢໂຫວາໃຫ້ເຂົາເຈົ້າກິນ.+
-
-
ເຢເຣມີຢາ 25:22ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ກະສັດທັງໝົດຂອງຕີເຣ ກະສັດທັງໝົດຂອງຊີໂດນ+ ກະສັດທັງໝົດຂອງເກາະທີ່ຢູ່ໃນທະເລ
-
-
ເອເຊກຽນ 26:3ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ ‘ເມືອງຕີເຣເອີ້ຍ ເຮົາຈະເປັນສັດຕູກັບເຈົ້າ ແລະເຮົາຈະໃຫ້ຊາດຕ່າງໆມາຕໍ່ສູ້ເຈົ້າຄືກັບທີ່ທະເລຊັດຄື້ນຂຶ້ນມາ.
-
-
ເອເຊກຽນ 27:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ລູກມະນຸດເອີ້ຍ ໃຫ້ເຈົ້າຮ້ອງເພງໄວ້ອາໄລໃຫ້ເມືອງຕີເຣ.+
-
-
ໂຢເອນ 3:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເມືອງຕີເຣ ເມືອງຊີໂດນ ແລະທຸກເຂດຂອງພວກຟີລິດສະຕີນ
ເປັນຫຍັງພວກເຈົ້າຈຶ່ງກ້າເຮັດແບບນີ້ກັບເຮົາ?
ພວກເຈົ້າກຳລັງແກ້ແຄ້ນເຮົາໃນສິ່ງທີ່ເຮົາໄດ້ເຮັດໃຫ້ພວກເຈົ້າບໍ?
ຖ້າພວກເຈົ້າກຳລັງແກ້ແຄ້ນເຮົາ
ເຮົາກໍຈະຟ້າວມາໄວໆເພື່ອແກ້ແຄ້ນໃນສິ່ງທີ່ພວກເຈົ້າໄດ້ເຮັດຄືກັນ.+
-
-
ອາໂມດ 1:9, 10ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນເມືອງຕີເຣກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າສົ່ງຊະເລີຍທັງໝົດໄປໃຫ້ພວກເອໂດມ
ແລະລືມສັນຍາທີ່ເຄີຍເຮັດກັບພວກອ້າຍນ້ອງຂອງເຂົາເຈົ້າ.+
10 ດັ່ງນັ້ນ ເຮົາຈະທຳລາຍກຳແພງເມືອງຕີເຣຄືກັບສົ່ງໄຟມາຈູດ
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງນັ້ນ.’+
-