ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 60:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ແຜ່ນດິນ​ຂອງ​ເຈົ້າ

      ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ເລື່ອງ​ການ​ທຳລາຍ​ໃນ​ເຂດ​ແດນ​ຂອງ​ເຈົ້າ​ອີກ.+

      ເຈົ້າ​ຈະ​ເອີ້ນ​ກຳແພງ​ຂອງ​ເຈົ້າ​ວ່າ​ຄວາມ​ລອດ+ ແລະ​ຈະ​ເອີ້ນ​ປະຕູ​ເມືອງ​ຂອງ​ເຈົ້າ​ວ່າ​ຄຳ​ສັນລະເສີນ.

  • ເອຊາຢາ 65:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ເຂົາເຈົ້າ​ຈະ​ບໍ່​ປຸກ​ເຮືອນ​ແລ້ວ​ໃຫ້​ຄົນອື່ນ​ຢູ່.

      ເຂົາເຈົ້າ​ຈະ​ບໍ່​ເຮັດ​ສວນ​ໝາກ​ລະແຊັງ​ແລ້ວ​ໃຫ້​ຄົນອື່ນ​ກິນ.

      ປະຊາຊົນ​ຂອງ​ເຮົາ​ຈະ​ມີ​ອາຍຸ​ຍືນ​ຄື​ກັບ​ອາຍຸ​ຂອງ​ຕົ້ນ​ໄມ້+

      ແລະ​ຄົນ​ທີ່​ເຮົາ​ເລືອກ​ໄວ້​ຈະ​ມີ​ຄວາມສຸກ​ຢ່າງ​ເຕັມທີ​ກັບ​ວຽກ​ທີ່​ເຂົາເຈົ້າ​ເຮັດ.

  • ເຢເຣມີຢາ 23:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຕອນ​ທີ່​ລາວ​ປົກຄອງ ຢູດາ​ຈະ​ໄດ້​ຮັບ​ຄວາມ​ລອດ+​ແລະ​ອິດສະຣາເອນ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ.+ ລາວ​ຈະ​ຖືກ​ເອີ້ນ​ວ່າ​ພະ​ເຢໂຫວາ​ແມ່ນ​ຄວາມ​ຖືກຕ້ອງ​ຂອງ​ພວກ​ເຮົາ.”+

  • ເອເຊກຽນ 34:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກ​ມັນ​ເພື່ອ​ພວກ​ມັນ​ຈະ​ມີ​ຄວາມ​ສະຫງົບສຸກ.+ ເຮົາ​ຈະ​ບໍ່​ໃຫ້​ມີ​ສັດ​ປ່າ​ທີ່​ດຸ​ຮ້າຍ​ໃນ​ແຜ່ນດິນ+ ເພື່ອ​ພວກ​ມັນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ບ່ອນ​ກັນດານ​ແລະ​ນອນ​ຢູ່​ໃນ​ປ່າ​ໄດ້.+

  • ໂຮເຊອາ 2:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ໃນ​ມື້​ນັ້ນ​ເພື່ອ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ ເຮົາ​ຈະ​ເຮັດ​ສັນ​ຍາ​ກັບ​ພວກ​ສັດ​ປ່າ​ໃນ​ທົ່ງ​ຫຍ້າ+

      ກັບ​ນົກ​ໃນ​ທ້ອງຟ້າ ແລະ​ກັບ​ສັດ​ເລືອຄານ​ເທິງ​ແຜ່ນດິນ.+

      ເຮົາ​ຈະ​ທຳລາຍ​ທະນູ ດາບ ແລະ​ສົງຄາມ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ນັ້ນ+

      ແລະ​ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌