-
ເອຊາຢາ 63:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
63 ແມ່ນໃຜທີ່ກຳລັງມາຈາກເອໂດມ+
ມາຈາກເມືອງໂບຊະຣາ+
ແລະຍ່າງມາຄືກັບຄົນທີ່ມີອຳນາດຫຼາຍ?
ແມ່ນໃຜທີ່ໃສ່ເຄື່ອງນຸ່ງສີແຈ້ງໆ*ແລະງາມຫຼາຍ?
“ກໍແມ່ນເຮົານິແຫຼະ. ເຮົາເວົ້າສິ່ງທີ່ຖືກຕ້ອງສະເໝີ
ແລະມີລິດເດດທີ່ຈະຊ່ວຍໃຫ້ລອດ.”
2 ເປັນຫຍັງເຄື່ອງນຸ່ງຂອງພະອົງຈຶ່ງແດງ
ຄືກັບເຄື່ອງນຸ່ງຂອງຄົນທີ່ຢຽບໝາກລະແຊັງຢູ່ໃນອ່າງ?+
3 “ເຮົາຢຽບໝາກລະແຊັງຢູ່ໃນອ່າງຜູ້ດຽວ.
ບໍ່ມີຄົນຊາດໃດຢູ່ນຳເຮົາເລີຍ.
ເຮົາຢຽບສັດຕູຂອງເຮົາບໍ່ຢຸດບໍ່ເຊົາດ້ວຍຄວາມຄຽດ
ແລະຢຽບເຂົາເຈົ້າໄປມາດ້ວຍຄວາມໃຈຮ້າຍ.+
ເຮົາຢຽບເຂົາເຈົ້າຈົນເລືອດຟົ້ງໃສ່ເຄື່ອງນຸ່ງ.
ເຄື່ອງນຸ່ງຂອງເຮົາເປື້ອນແຕ່ເລືອດ.
-
-
ໂອບາດີຢາ 8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາເວົ້າວ່າ
“ໃນມື້ນັ້ນ ເຮົາຈະທຳລາຍຄົນສະຫຼາດຂອງເອໂດມ+
ແລະທຳລາຍຄົນທີ່ມີຄວາມເຂົ້າໃຈຢູ່ເຂດພູຂອງເອຊາວໃຫ້ໝົດ.
-