ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 29:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ໃນ​ຕອນ​ນັ້ນ ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຄຳເວົ້າ​ທີ່​ຢູ່​ໃນ​ມ້ວນ​ໜັງສື

      ແລະ​ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ.+

  • ເຢເຣມີຢາ 6:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 “ລູກ​ຄວນ​ເວົ້າ​ນຳ​ໃຜ​ແລະ​ເຕືອນ​ໃຜ?

      ໃຜ​ຊິ​ຟັງ​ລູກ?

      ເຂົາ​ເຈົ້າ​ບໍ່​ໄດ້​ຍິນ​ຫຍັງ​ເລີຍ​ຍ້ອນ​ປິດ​ຫູ​ໂຕເອງ​ໄວ້.+

      ເຂົາ​ເຈົ້າ​ດູຖູກ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ+

      ແລະ​ບໍ່​ມັກ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ເລີຍ.

  • ມາຣະໂກ 7:32-35
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ຢູ່​ຫັ້ນ ມີ​ຄົນ​ພາ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຫູ​ໜວກ​ແລະ​ເວົ້າ​ບໍ່​ຂອດ​ມາ​ຫາ​ເພິ່ນ+ ແລະ​ຂໍຮ້ອງ​ໃຫ້​ເພິ່ນ​ວາງ​ມື​ເທິງ​ລາວ. 33 ພະ​ເຢຊູ​ຈຶ່ງ​ແຍກ​ລາວ​ອອກ​ຈາກ​ຄົນ​ບັກ​ຫຼາຍ​ໆ​ມາ​ຢູ່​ຕ່າງ​ຫາກ ແລ້ວ​ເພິ່ນ​ກໍ​ແຍ່​ນິ້ວ​ມື​ເຂົ້າ​ໄປ​ໃນ​ຫູ​ທັງ​ສອງ​ເບື້ອງ​ຂອງ​ລາວ ແລະ​ບ້ວນ​ນ້ຳລາຍ ຫຼັງ​ຈາກນັ້ນ​ເພິ່ນ​ກໍ​ແຕະ​ລີ້ນ​ຂອງ​ລາວ.+ 34 ເພິ່ນ​ເງີຍ​ໜ້າ​ຂຶ້ນ​ຟ້າ​ແລ້ວ​ຫາຍໃຈ​ເຂົ້າ​ເລິກ​ໆ​ ແລະ​ເວົ້າ​ກັບ​ລາວ​ວ່າ: “ເອບຟາທາ” ທີ່​ແປ​ວ່າ: “ເປີດ​ອອກ.” 35 ຫູ​ລາວ​ກໍ​ໄດ້​ຍິນ​ທັນທີ+ ລີ້ນ​ຂອງ​ລາວ​ກໍ​ອ່ອນ​ແລະ​ເລີ່ມ​ເວົ້າ​ໄດ້​ເປັນ​ປົກກະຕິ.

  • ລູກາ 7:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ພະ​ເຢຊູ​ຕອບ​ວ່າ: “ກັບ​ໄປ​ບອກ​ໂຢຮັນ​ວ່າ​ພວກ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຫຍັງ​ແດ່. ໃຫ້​ບອກ​ລາວ​ວ່າ ຄົນ​ຕາບອດ​ກໍ​ເຫັນ​ຮຸ່ງ+ ຄົນ​ເປັນ​ລ່ອຍ​ກໍ​ຍ່າງ​ໄດ້ ຄົນ​ຂີ້ທູດ​ກໍ​ດີ​ເປັນ​ປົກກະຕິ ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ+ ຄົນ​ຕາຍ​ກໍ​ຟື້ນ​ຄືນ​ມາ ແລະ​ຄົນ​ທຸກຍາກ​ກໍ​ໄດ້​ຍິນ​ຂ່າວດີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌