ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 26:26
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ເມື່ອ​ເຮົາ​ທຳລາຍ​ສາງ​ມ້ຽນ​ອາຫານ*ຂອງ​ພວກ​ເຈົ້າ+ ເຖິງ​ວ່າ​ຈະ​ມີ​ຜູ້​ຍິງ 10 ຄົນ​ເຮັດ​ເຂົ້າຈີ່ ແຕ່​ຈະ​ມີ​ແປ້ງ​ໜ້ອຍ​ດຽວ​ທີ່​ເຮັດ​ພໍ​ສຳລັບ​ອົບ​ເຕົາ​ດຽວ​ເທົ່າ​ນັ້ນ.+ ພວກ​ເຈົ້າ​ຈະ​ເອົາ​ເຂົ້າຈີ່​ນັ້ນມາ​ແບ່ງ​ກັນ ແຕ່​ຈະ​ກິນ​ບໍ່​ອີ່ມ.+

  • ພະບັນຍັດ 28:49
    ຄຳພີໄບເບິນສະບັບແປໂລກໃໝ່
    • 49 ພະ​ເຢໂຫວາ​ຈະ​ໃຫ້​ຊາດ​ໜຶ່ງ​ທີ່​ຢູ່​ໄກ​ໆ​+ຈາກ​ສຸດ​ຂອບ​ໂລກ​ເບື້ອງ​ນັ້ນ​ມາ​ຕໍ່ສູ້​ເຈົ້າ. ຊາດ​ນັ້ນ​ເປັນ​ຊາດ​ທີ່​ເຈົ້າ​ບໍ່​ເຂົ້າໃຈ​ພາສາ​ຂອງ​ພວກ​ເຂົາ+ ແລະ​ພວກ​ເຂົາ​ຈະ​ຄຸບ​ເຈົ້າ​ຄື​ກັບ​ນົກ​ອິນຊີ​ຄຸບ​ເຫຍື່ອ.+

  • ພະບັນຍັດ 28:51
    ຄຳພີໄບເບິນສະບັບແປໂລກໃໝ່
    • 51 ພວກ​ເຂົາ​ຈະ​ກິນ​ລູກ​ສັດ​ຈາກ​ຝູງ​ສັດ​ຂອງ​ເຈົ້າ ແລະ​ຈະ​ກິນ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງ​ເຈົ້າ​ຈົນ​ກວ່າ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. ພວກ​ເຂົາ​ຈະ​ກິນ​ເຂົ້າ ເຫຼົ້າແວງ​ໃໝ່ ນ້ຳມັນ​ໝາກກອກ ງົວ​ແລະ​ແກະ​ຂອງ​ເຈົ້າ​ຈົນ​ໝົດ ແລະ​ຈະ​ທຳລາຍ​ເຈົ້າ.+

  • ເຢເຣມີຢາ 37:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ກະສັດ​ເຊເດກີຢາ​ຈຶ່ງ​ສັ່ງ​ໃຫ້​ຄົນ​ພາ​ເຢເຣມີຢາ​ໄປ​ກັກ​ໂຕ​ໄວ້​ຢູ່​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ.+ ລາວ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ມົນ​ໆ​ມື້​ລະ​ກ້ອນ​ຈາກ​ຫົນ​ທາງ​ທີ່​ຊື່​ວ່າ​ຄົນ​ເຮັດ​ເຂົ້າຈີ່+​ຈົນ​ບໍ່​ມີ​ເຂົ້າຈີ່​ເຫຼືອ​ຢູ່​ໃນ​ເມືອງ.+ ແລ້ວ​ເຢເຣມີຢາ​ກໍ​ຢູ່​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ​ຕໍ່​ໄປ.

  • ເອເຊກຽນ 4:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ເພິ່ນ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ລູກ​ມະນຸດ​ເອີ້ຍ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ເຢຣູຊາເລັມ​ບໍ່​ມີ​ຂອງກິນ.*+ ເຂົາເຈົ້າ​ຈະ​ອຸກໃຈ​ຫຼາຍ​ຈົນ​ຕ້ອງ​ແບ່ງ​ເຂົ້າ​ແບ່ງ​ນ້ຳ​ໄວ້​ກິນ​ໃນ​ແຕ່​ລະ​ມື້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌