-
2 ກະສັດ 20:4-6ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ເອຊາຢາອອກໄປບໍ່ທັນຮອດເດີ່ນຂອງວັງຊ້ຳ ພະເຢໂຫວາກໍບອກລາວວ່າ:+ 5 “ກັບໄປຫາເຮເຊກີຢາຜູ້ປົກຄອງປະຊາຊົນຂອງເຮົາແລະບອກລາວວ່າ ‘ພະເຢໂຫວາພະເຈົ້າຂອງດາວິດປູ່ຍ່າຕານາຍຂອງເຈົ້າບອກວ່າ “ເຮົາໄດ້ຍິນຄຳອະທິດຖານຂອງເຈົ້າ ແລະເຫັນນ້ຳຕາຂອງເຈົ້າແລ້ວ.+ ເຮົາຈະປົວເຈົ້າໃຫ້ເຊົາ.+ ອີກ 3 ມື້ເຈົ້າຈະໄດ້ໄປວິຫານຂອງພະເຢໂຫວາ.+ 6 ເຮົາຈະໃຫ້ເຈົ້າມີຊີວິດຢູ່ຕໍ່ອີກ 15 ປີ. ເຮົາຈະຊ່ວຍເຈົ້າກັບເມືອງນີ້ໃຫ້ລອດຈາກກະສັດອັດຊີເຣຍ.+ ເຮົາຈະປົກປ້ອງເມືອງນີ້ເພື່ອເຫັນແກ່ຊື່ຂອງເຮົາແລະເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ.”’”+
-